ສປປ ເກົາຫລີ ຍິງລູກສອນໄຟຕໍ່ເນື່ອງ ສັນຍານເຕືອນໄພດັງຂຶ້ນໃນຫລາຍແຂວງຂອງຍີ່ປຸ່ນ

ວັນທີ 3 ພະຈິກ 2022, ໜ່ວຍງານຂອງ ສ.ເກົາຫລີ ລາຍງານວ່າ: ທາງການ ສປປ ເກົາຫລີ ໄດ້ຍິງທົດລອງລູກສອນໄຟອີກຢ່າງໜ້ອຍ 1 ລູກ ເມື່ອເວລາປະມານ 07:48 ໂມງຜ່ານມາ ຕາມເວລາທ້ອງຖິ່ນ ກ່ອນຈະຕົກລົງສູ່ທະເລບໍລິເວນທາງຝັ່ງຕາເວັນອອກຂອງຄາບສະໝຸດເກົາຫລີ.

ການຍິງລູກສອນໄຟດັ່ງກ່າວ ເປັນເຫດໃຫ້ສັນຍານເຕືອນໄພດັງຂຶ້ນໃນຫລາຍແຂວງຂອງຍີ່ປຸ່ນ ບໍ່ວ່າຈະເປັນແຂວງມິຢາງິ, ແຂວງຢາມາກາຕະ ແລະ ແຂວງນີງາຕະ ໂດຍທາງການຍີ່ປຸ່ນໄດ້ແຈ້ງໃຫ້ປະຊາຊົນອົບພະຍົບຫາບ່ອນຫລົບໄພໂດຍດ່ວນ ຢ້ານເກີດສະຖານະການສຸກເສີນ.

ນັກວິຊາການເຊື່ອວ່າ: ນີ້ອາດຖືເປັນລູກສອນໄຟລູກທີ 30 ທີ່ ສປປ ເກົາຫລີ ໄດ້ຍິງທົດລອງໃນປີນີ້ ໂດຍການຍິງລູກສອນໄຟໃນຄັ້ງນີ້ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງກ່ອນທ່ານ ລອຍ ຈັສຕິນ ລັດຖະມົນຕີປ້ອງກັນຄວາມສະຫງົບຂອງອາເມລິກາ ຈະພົບປະຫາລືກັບທ່ານ ອີຈົງຊອບ ລັດຖະມົນຕີປ້ອງກັນຄວາມສະຫງົບຂອງ ສ.ເກົາຫລີ ຢູ່ຕຶກເພນຕາກອນ.

ສປປ ເກົາຫລີ ກັບມາທົດລອງລູກສອນໄຟຢ່າງຕໍ່ເນື່ອງອີກ ໂດຍສຳນັກຂ່າວຕ່າງປະເທດລາຍງານວ່າ: ສປປ ເກົາຫລີ ຍິງລູກສອນໄຟແລ້ວຢ່າງໜ້ອຍ 23 ລູກພາຍໃນວັນດຽວ ໃນວັນທີ 2 ພະຈິກ ພາຍຫລັງກອງທັບອາເມລິກາເປີດສາກຮ່ວມຊ້ອມຮົບກັບກອງທັບ ສ.ເກົາຫລີ ໂດຍມີຢ່າງໜ້ອຍ 1 ລູກລອຍຜ່ານເຂດນ່ານນ້ຳ ສ.ເກົາຫລີ ເຮັດໃຫ້ກອງທັບ ສ.ເກົາຫລີ ຕັດສິນໃຈຍິງລູກສອນໄຟໂຕ້ກັບ ກ່ອນຈະຕົກລົງໃນທະເລ ສົ່ງຜົນໃຫ້ສະຖານະການໃນຄາບສະໝຸດເກົາຫລີກັບມາຮ້ອນຂຶ້ນອີກ.

ອ້າງອີງ:

https://edition.cnn.com/…/north-korea…/index.html

https://www.reuters.com/…/north-korea-fires-ballistic…/

https://www.bbc.com/news/world-asia-63481183