ມຽນມາຕໍ່ເວລາມາດຕະການຄຸມໂຄວິດ-19 ຈົນຮອດທ້າຍເດືອນພະຈິກ

ຄະນະກຳມະການກາງດ້ານການປ້ອງກັນ, ຄວບຄຸມ ແລະ ປິ່ນປົວພະຍາດໂຄວິດ-19 ຂອງມຽນມາ ປະກາດຂະຫຍາຍໄລຍະເວລາການບັງຄັບໃຊ້ມາດຕະການປ້ອງກັນພະຍາດໂຄວິດ-19 ຈົນຮອດວັນທີ 30 ພະຈິກນີ້.

ສຳນັກຂ່າວຊິນຮົວລາຍງານວ່າ: ການຂະຫຍາຍໄລຍະເວລາດັ່ງກ່າວມີຜົນບັງຄັບໃຊ້ຕໍ່ຂໍ້ຈຳກັດດ້ານພະຍາດໂຄວິດ-19 ທັງໝົດ ເຊິ່ງມີກຳນົດສິ້ນສຸດວັນທີ 31 ຕຸລາ ຍົກເວັ້ນຂໍ້ຈຳກັດບາງສ່ວນທີ່ຈະຖືກຫລຸດຜ່ອນ ລວມທັງມີຜົນບັງຄັບໃຊ້ຄວບຄຸມທຸກຄຳສັ່ງ ແລະ ປະກາດທີ່ອອກກ່ອນໜ້ານີ້ໂດຍໜ່ວຍງານລັດ ແລະ ກະຊວງທີ່ກ່ຽວຂ້ອງ.

ຂໍ້ມູນຈາກທາງການມຽນມາໃນວັນທີ 1 ພະຈິກ ລະບຸວ່າ: ມຽນມາຢືນຢັນການກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 81 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 631.797 ຄົນ ແລະ ຜູ້ເສຍຊີວິດເພີ່ມ 1 ຄົນ ເຮັດໃຫ້ມີຜູ້ເສຍຊີວິດສະສົມ 19.483 ຄົນ.