ອັດຕາເງິນເຟີ້ຢູ່ເຂດທີ່ໃຊ້ເງິນເອີໂຣ ໃນເດືອນຕຸລາ ພຸ່ງສຸງຂຶ້ນເປັນ 10,7%

ຂ່າວສານຊີອາໄອລາຍງານ ເມື່ອທ້າຍເດືອນຕຸລາທີ່ຜ່ານມາ ໂດຍອີງຕາມຂໍ້ມູນເບື້ອງຕົ້ນທີ່ເປີດເຜີຍໂດຍອົງການສະຖິຕິເອີຣົບສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກສະຖານະການໂລກໃນປັດຈຸບັນ, ລາຄາພະລັງງານ ແລະ ອາຫານ ຢູ່ເຂດທີ່ໃຊ້ເງິນເອີໂຣ ໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ, ອັດຕາເງິນເຟີ້ໃນເດືອນຕຸລາຜ່ານມາຢູ່ເຂດດັ່ງກ່າວໄດ້ບັນລຸເຖິງ 10,7% ຊຶ່ງໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດ.
ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າ: ລາຄາພະລັງງານຢູ່ເຂດໃຊ້ເງິນເອີໂຣ ໃນເດືອນຕຸລາທີ່ຜ່ານມາໄດ້ເພີ່ມຂຶ້ນ 41,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ຊຶ່ງເປັນສາເຫດຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ໃນເດືອນຕຸລາເພີ່ມສູງຂຶ້ນ. ໃນຫຼາຍເດືອນຜ່ານມານີ້, ລາຄາພະລັງງານ ແລະ ອາຫານເພີ່ມສູງຂຶ້ນ, ການສະໜອງມີຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການຟື້ນຟູຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສາເຫດເຫຼົ່ານີ້ໄດ້ເຮັດໃຫ້ຄວາມກົດດັນດ້ານລາຄາ ແລະ ອັດຕາເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣເພີ່ມສູງຂຶ້ນ.
ໃນທ້າຍເດືອນຕຸລາຜ່ານມາ, ທະນາຄານກາງເອີຣົບໄດ້ເພີ່ມອັດຕາດອກເບ້ຍ 0,75% ຊຶ່ງລວມທັງໝົດໄດ້ເພີ່ມອັດຕາດອກເບ້ຍເຖິງ 2% ນັບແຕ່ຕົ້ນປີນີ້ເປັນຕົ້ນມາ. ທ່ານນາງ ຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບກ່າວວ່າ: ໃນອະນາຄົດອາດຈະສືບຕໍ່ເພີ່ມອັດຕາດອກເບ້ຍຕື່ມອີກ ຍ້ອນວ່ານະໂຍບາຍເງິນຕາເກີດມີຜົນຢ່າງຊັກຊ້າ ແລະ ບໍ່ສາມາດສ້າງປະສິດທິຜົນຕໍ່ອັດຕາເງິນເຟີ້ ໂດຍກົງໃນໄລຍະສັ້ນ.