ປະທານາທິບໍດີ ສ.ເກົາຫລີ ບໍ່ພໍໃຈ ຫລັງຮູ້ວ່າຕຳຫລວດບໍ່ດຳເນີນການໃດໆ ທັງທີ່ໄດ້ຮັບໂທລະສັບແຈ້ງກ່ອນເກີດໂສກນາດຕະກຳອິແທວອນ

ປະທານາທິບໍດີ ຢຸນຊອກຢໍ ຂອງ ສ.ເກົາຫລີ ສະແດງຄວາມບໍ່ພໍໃຈ ຫລັງໄດ້ຮັບຮູ້ຂໍ້ມູນວ່າເຈົ້າໜ້າທີ່ຕຳຫລວດບໍ່ໄດ້ດຳເນີນການໃດໆ ເຖິງວ່າຈະໄດ້ຮັບໂທລະສັບເຖິງ 11 ສາຍ ທີ່ໂທເຂົ້າໄປແຈ້ງກ່ຽວກັບເຫດອັນຕະລາຍທີ່ອາດຈະເກີດຂຶ້ນຈາກຈຳນວນຝູງຊົນ ເຊິ່ງແອອັດເຂົ້າໄປຮ່ວມງານຮາໂລວີນໃນຮ່ອມແຄບໆເຂດອິແທວອນ ຂອງນະຄອນຫລວງເຊອຸນ ກ່ອນຈະເກີດເຫດໂສກນາດຕະກຳຈາກຝູງຊົນທີ່ອັດ ແລະ ທັບກັນ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 156 ຄົນ.

ໂດຍທຳນຽບປະທານາທິບໍດີ ສ.ເກົາຫລີ ເປີດເຜີຍວ່າ: ໃນວັນທີ 1 ພະຈິກ ປະທານາທິບໍດີ ຢຸນ ໄດ້ຮັບບັນທຶກການໂທລະສັບແຈ້ງເຫດສຸກເສີນຜ່ານສາຍດ່ວນ 112 ຂອງສຳນັກງານຕຳຫລວດ ຈຳນວນ 11 ສາຍ ທີ່ເກີດຂຶ້ນໃນແລງວັນທີ 29 ຕຸລາ ກ່ອນເກີດເຫດເປັນເວລາຫລາຍຊົ່ວໂມງ ແລະ ໄດ້ມີຄຳສັ່ງໃຫ້ເຈົ້າໜ້າທີ່ເລັ່ງກວດສອບຂໍ້ມູນຄວາມຈິງຂອງເຫດການທີ່ເກີດຂຶ້ນຢ່າງໂປ່ງໃສ ຈົນກວ່າຈະປາສະຈາກຂໍ້ສົງໄສ. ພ້ອມທັງດຳເນີນຕາມກົດໝາຍຕໍ່ຜູ້ທີ່ຮັບຜິດຊອບຢ່າງເຂັ້ມງວດ.

ຂະນະທີ່ທ່ານ ຢຸນຮີກີນ ອະທິບໍດີສຳນັກງານຕຳຫລວດແຫ່ງຊາດ ສ.ເກົາຫລີ ຖະແຫລງພາຍຫລັງປະທານາທິບໍດີ ຢຸນ ໄດ້ຮັບຮູ້ຂໍ້ມູນບັນທຶກການໂທລະສັບດັ່ງກ່າວ ໂດຍສະແດງຄວາມຂໍໂທດຕໍ່ການຕອບສະໜອງຂອງຕຳຫລວດທີ່ບໍ່ພຽງພໍ ແລະ ໃຫ້ຄຳໝັ້ນວ່າຈະດຳເນີນການສອບສວນພາຍໃນເຖິງຄວາມຜິດພາດທີ່ເກີດຂຶ້ນ.

ສ່ວນນາຍົກລັດຖະມົນຕີ ຮັນດ໊ອກຊູ ກ່າວໃນກອງປະຊຸມໄພພິບັດເຊົ້າວັນທີ 2 ພະຈິກ ລະບຸວ່າ: ຕຳຫລວດຕ້ອງອະທິບາຍຢ່າງຊັດເຈນ ແລະ ໂປ່ງໃສວ່າມີການຕອບສະໜອງແນວໃດຫລັງໄດ້ຮັບໂທລະສັບແຈ້ງເຫດສຸກເສີນກ່ອນຈະເກີດເຫດໂສກນາດຕະກຳດັ່ງກ່າວຂຶ້ນ.

ອ້າງອີງ:

https://en.yna.co.kr/view/AEN20221102001200315?section=national/politics

https://www.channelnewsasia.com/…/south-korea-seoul…