ກົມພາສີຂອງໄທ ຮຽກເກັບພາສີ ຢ້ອນຫລັງແມ່ຄ້າອອນລາຍ 4 ລ້ານບາດ (ປະມານ 2 ຕື້ກີບ) ຍ້ອນໂພສອວດເຮືອນ-ອວດລົດ ແລະ ຈະຮຽກກວດສອບຄືນທັງໝົດ.

ສຳນັກຂ່າວໄທລາຍງານໃຫ້ຮູ້ວ່າ: ວັນທີ 2 ພະຈິກ 2022 ນີ້ ກຳລັງເປັນເລື່ອງທີ່ຖືກແຊຣໃນອອນລາຍເປັນຈຳນວນຫລວງຫລາຍ ເມື່ອ “ປຸ໊ກກີ້” ແມ່ຄ້າອອນລາຍຄົນມີຊື່ສຽງ ແລະ ເປັນໜຶ່ງໃນຜູ້ເຂົ້າປະກວດມິສແກຣນພິສະນຸໂລກ ໄດ້ໂພສຂໍ້ຄວາມເລົ່າເລື່ອງລາວຂອງຕົນເອງທີ່ຖືກຮຽກເກັບພາສີຢ້ອນຫລັງ ໂດຍລະບຸວ່າ: “ຕັ້ງແຕ່ຖືກເກັບພາສີ ຢ້ອນຫລັງ 4 ລ້ານບາດ (ປະມານ 2 ຕື້ກີບ) ກໍບໍ່ໄດ້ໂພສລາຍໄດ້ ແລະ ສະເຕດເມັ້ນ ອີກເລີຍ ຂໍໃຊ້ຊີວິດແບບສະຫງົບ ກຽມວາງແຜນຍ້າຍໄປຢູ່ຕ່າງປະເທດ ແລະ ຖືກຈັບຕາມາເປັນເວລາ 4 ປີ ແບບບໍ່ຮູ້ໂຕ ຕັ້ງແຕ່ເຟສບຸກເກົ່າ ຈົນມາຮອດເຟສບຸກໃໝ່ ນາມສະກຸນໃໝ່ ຖືກເກັບບັນທຶກໄວ້ທຸກໂພສ ທຸກຄວາມສຳເລັດຂອງເຮົາ ເປັນຕົ້ນແມ່ນຊື້ເຮືອນ, ຊື້ລົດ, ຊື້ດິນ ຕິດຕາມຂໍ້ມູນທຸກລາຍລະອຽດ ເອກະສານປະມານ 2 ແຟ້ມໃຫຍ່ໆ ທີ່ທາງການເກັບໄວ້ ຖືກກວດສອບຈົນເຈັບຫົວ, ຫວັງດີກັບທຸກຄົນ ຈ່າຍພາສີກໍແມ່ນແທ້ ແຕ່ຖ້າຮູ້ວ່າເຮົາມີເອກະສານບໍ່ຄົບ ປັບໃໝ 60/40 ພາບລັກທີ່ໄດ້ມາບໍ່ກຸ້ມກັບເງິນທີ່ເສຍໄປ”
ເຊິ່ງພາຍຫລັງໂພສນີ້ໄດ້ເຜີຍແຜ່ອອກໄປກໍມີຄົນໃຫ້ຄວາມສົນໃຈເຂົ້າມາສອບຖາມເປັນຈຳນວນຫລາຍ ເຊິ່ງຜູ້ກ່ຽວກໍໄດ້ມາອະທິບາຍເພີ່ມເຕີມໃນຄອມເມັ້ນວ່າ: ເລື່ອງເກັບພາສີຢ້ອນຫລັງ ແນະນຳໃຫ້ຄົນທີ່ຍັງສົງໄສ ບໍ່ເຂົ້າໃຈແຈ້ງ ເຂົ້າໄປສອບຖາມກົມພາສີເລີຍ ເຂົາເຈົ້າບໍ່ໄດ້ເປັນຕາຢ້ານຂະໜາດນັ້ນ ບາງຄົນໄປສຳນັກງານບັນຊີ ຖືກຕົວະວ່າຊ່ວຍໄດ້ ໃຫ້ຈ່າຍໜ້ອຍລົງ ແຕ່ຄວາມຈິງແລ້ວບໍ່ມີໃຜຊ່ວຍໄດ້ເພາະແນວໃດກໍຕ້ອງຈ່າຍເພາະມີຫລັກຖານມັດຕົວແໜ້ນ.