ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ
ວັນທີ 28 ພະຈິກ 2022, ສື່ມວນຊົນອີຣານລາຍງານວ່າ: ອີຣານໄດ້ລົງນາມບັນທຶກຄວາມເຂົ້າໃຈເພື່ອສົ່ງລົດອອກສູ່ຣັດເຊຍ ມູນຄ່າ 300 ລ້ານໂດລາສະຫະລັດ. ທ່ານ ໂມຮຳໝັດເດຊາ ນາຈາຟິ-ມາເນດ ປະທານສະມາຄົມຜູ້ຜະລິດຊິ້ນສ່ວນ ແລະ ອຸດສາຫະກຳລະບົບສົ່ງກຳລັງ ລະບຸວ່າ: ຣັດເຊຍເປັນໜຶ່ງໃນລູກຄ້າທີ່ຊື້ລົດອີຣານ, ຂະນະທີ່ອີຣານສົ່ງອອກລົດໄປເວເນຊູເອລາປະມານ 1.000 ຄັນແລ້ວ…









