ອິນເດຍເລັ່ງເຮັດຝົນທຽມຄັ້ງທໍາອິດ ຫວັງລ້າງມົນລະພິດອາກາດຢູ່ເມືອງຫລວງ

ນັກວິທະຍາສາດຊາວອິນເດຍ ວາງແຜນເຮັດຝົນທຽມເປັນຄັ້ງທໍາອິດ ເພື່ອເຮັດໃຫ້ເກີດຝົນຕົກໜັກໃນບາງພື້ນທີ່ຂອງນະຄອນຫລວງນິວເດລີ ໂດຍຫວັງວ່າສິ່ງນີ້ຈະພຽງພໍສໍາລັບແກ້ໄຂບັນຫາໝອກຄວັນທີ່ປົກຄຸມເມືອງຫລວງ.

ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 10 ພະຈິກ, ທ່ານ ມານິນທຣາ ອະກຣາວັລ ນັກວິທະຍາສາດຈາກສະຖາບັນເຕັກໂນໂລຊີແຫ່ງອິນເດຍ ເຊິ່ງຕັ້ງຢູ່ເມືອງການປຸຣະ ແລະ ຜູ້ນໍາການທົດລອງເຮັດຝົນທຽມ ກ່າວວ່າ: ນັກວິທະຍາສາດຫລາຍຄົນຄາດວ່າຈະມີເມກປົກຄຸມທົ່ວນະຄອນຫລວງນິວເດລີ ປະມານວັນທີ 20 ພະຈິກ ແລະ ຫວັງວ່າ: ເມກກ້ອນນີ້ຈະມີຂະໜາດໃຫຍ່ ແລະ ຄວາມຊຸ່ມພຽງພໍຈະເຮັດໃຫ້ເກີດຝົນຕົກໜັກ ຈາກການເຮັດຝົນທຽມໄດ້.

ກ່ອນໜ້ານີ້, ນະຄອນຫລວງນິວເດລີ ປະກາດປິດໂຮງຮຽນທຸກແຫ່ງ, ໂຈະກິດຈະກໍາການກໍ່ສ້າງ ແລະ ຈະຈໍາກັດການໃຊ້ຍານພາຫະນະໃນເມືອງເປັນເວລາ 1 ອາທິດ ລະຫວ່າງວັນທີ 13-20 ພະຈິກນີ້ ເພື່ອຄວບຄຸມມົນລະພິດທາງອາກາດ ເນື່ອງຈາກຄຸນນະພາບອາກາດຍັງຢູ່ໃນລະດັບ “ຮ້າຍແຮງ” ເຖິງວ່າທາງການອິນເດຍພະຍາຍາມຫລຸດມົນລະພິດກໍຕາມ.

SAFAR ເຊິ່ງເປັນໜ່ວຍງານຕິດຕາມຄຸນນະພາບອາກາດຂອງລັດຖະບານອິນເດຍ ກ່າວວ່າ: ນະຄອນຫລວງນິວເດລີຕ້ອງການຝົນທີ່ຕົກໜັກ ແລະ ຕົກເປັນວົງກວ້າງ ເພື່ອລ້າງມົນລະພິດທາງອາກາດ ເພາະຝົນທີ່ຕົກແບບປອຍໆອາດເຮັດໃຫ້ສະຖານະການຮ້າຍແຮງກວ່າເກົ່າ.