ອາເຈນຕິນາພົບຜູ້ເສຍຊີວິດຄົນທຳອິດຈາກພະຍາດ mpox

ກະຊວງສາທາລະນະສຸກອາເຈນຕິນາຖະແຫລງຢືນຢັນການເສຍຊີວິດຂອງຜູ້ຕິດເຊື້ອພະຍາດ mpox (ຊື່ເກົ່າ “ໝາກສຸກລີງ” ຫລື monkeypox) ໃນວັນທີ 29 ພະຈິກນີ້.

ຜູ້ຕິດເຊື້ອຄົນດັ່ງກ່າວຖືເປັນຜູ້ທີ່ເສຍຊີວິດເປັນຄົນທຳອິດຂອງອາເຈນຕິນາຈາກພະຍາດ mpox ໂດຍຜູ້ຕິດເຊື້ອຄົນນີ້ເສຍຊີວິດຢູ່ໂຮງໝໍແຫ່ງໜຶ່ງໃນນະຄອນຫລວງບົວໂນສໄອເຣສ.

ຜູ້ຕິດເຊື້ອຄົນນີ້ເປັນຜູ້ຊາຍອາຍຸ 44 ປີ ເຊິ່ງໄດ້ຮັບການບົ່ງມະຕິວ່າຕິດເຊື້ອ HIV-AIDS ແລະ ມີອາການຊັອກໝົດສະຕິຈາກການຕິດເຊື້ອຈົນເຮັດໃຫ້ເສຍຊີວິດ.

ກະຊວງສາທາເປີດເຜີຍວ່າ: ຜູ້ຕິດເຊື້ອເຂົ້າຮັບການປິ່ນປົວຢູ່ໂຮງໝໍນັບແຕ່ກາງເດືອນກັນຍາ ໂດຍຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ໄດ້ເສຍຊີວິດເມື່ອວັນທີ 22 ພະຈິກ.

ທັງນີ້, ອາເຈນຕິນາມີຜູ້ຕິດເຊື້ອພະຍາດ mpox ຈຳນວນ 895 ຄົນ ໂດຍສ່ວນຫລາຍຢູ່ນະຄອນຫລວງບົວໂນສໄອເຣສ.

ອົງການອະນາໄມໂລກ (WHO) ປະກາດປ່ຽນຊື່ “ພະຍາດໝາກສຸກລີງ” (monkeypox) ເປັນ “mpox” ໃນວັນທີ 28 ພະຈິກ ຫລັງໄດ້ຮັບຄຳຮ້ອງຂໍໃຫ້ມີການປ່ຽນຊື່ພະຍາດດັ່ງກ່າວຈາກຄົນຈຳນວນຫລາຍ ແລະ ຫລາຍປະເທດ ເນື່ອງຈາກຊື່ “ພະຍາດໝາກສຸກລີງ” ໄດ້ສ້າງບັນຫາຢຽດເຊື້ອຊາດ ແລະ ເປັນການສ້າງຕາບາບ ຫລັງຈາກມີການແພ່ລະບາດຂອງພະຍາດດັ່ງກ່າວໃນ 100 ກວ່າປະເທດທົ່ວໂລກ.

ນອກຈາກນີ້, ການປ່ຽນຊື່ “ພະຍາດໝາກສຸກລີງ” ຈະຊ່ວຍກຳຈັດຄວາມເຂົ້າໃຈຜິດທີ່ວ່າ ພະຍາດດັ່ງກ່າວມີສາເຫດມາຈາກລີງເທົ່ານັ້ນ ເນື່ອງຈາກໄວຣັສຊະນິດນີ້ພົບໄດ້ໃນສັດຫລາຍຊະນິດ.

WHO ລະບຸວ່າ: ຈະມີການໃສ່ຊື່ “ພະຍາດໝາກສຸກລີງ” (monkeypox) ແລະ “mpox” ຄຽງຄູ່ກັນໃນປີໜ້າ, ຂະນະທີ່ຈະມີການຫລຸດການໃສ່ຊື່ “ພະຍາດໝາກສຸກລີງ” (monkeypox) ແບບຄ່ອຍເປັນຄ່ອຍໄປ.