ປກສ ເມືອງໄຊທານີຈັບຜູ້ລັກລອບຕັດໄມ້

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ສາມາດຈັບຕົວ ທ້າວ ບຸນຈັນ ອາຍຸ 36 ປີຢູ່ບ້ານ ບໍ່ເຫລັກ ແລະ ທ້າວ ບຸນຕຽງ (ເຕະ) ອາຍຸ 35 ປີຢູ່ບ້ານດອນ ຕິ້ວເມືອງໄຊທານີ, ນະຄອນ ຫລວງວຽງຈັນ ມາດໍາເນີນຄະ ດີຕາມລະບຽບກົດໝາຍໃນຂໍ ຫາຫລັງຮ່ວມກັນລັກລອບຕັດ ໄມ້ດູ່ຢູ່ສວນຂອງປະຊາຊົນເຂດ ບ້ານດອນຕີ້ວເມືອງໄຊທານີ. ເຈົ້າໜ້າ ທີ່ໃຫ້ຮູ້ວ່າ: ພາຍຫລັງ ໄດ້ຮັບແຈ້ງຈາກປະຊາຊົນວ່າ ມີຄົນຮ້າຍມາລັກຕັດໄມ້ຢູ່ໃນ ສວນປະຊາຊົນ ເຂດບ້ານດອນ ຕີ້ວ ຈຶ່ງໄດ້ລົງກວດກາສະຖານ ທີ່ພົບຕົ້ນໄມ້ດູ່ ຂະໜາດໃຫຍ່ ໜຶ່ງ ຕົ້ນຖືກຕັດໂຄ້ນລົງ, ພ້ອມທັງ ເກັບກໍາຂໍ້ມູນ ແລະ ວາງແຜນຈັບ ກຸມຄົນຮ້າຍມາສືບສວນ-ສອບ ສວນ ແລະ ພວກເຂົາຮັບສາ ລະພາບວ່າ: ໄດ້ຮ່ວມກັນລັກຕັດ ຕົ້ນໄມ້ດັ່ງກ່າວແທ້ເພື່ອຈະເອົາ ໄປຂາຍ.

 

 

+ ປກສ ແຂວງອຸດົມໄຊເລັ່ງສືບສວນຄະດີຄາດຕະກໍາຍິງສາວ

+ ປກສ ເມືອງນາໝໍ້ຈັບໄວລຸ້ນແກວ່ງກ້ອນຫີນໃສ່ລົດໃຫຍ່

 

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜ່ານ ມາ ເຈົ້າໜ້າທີ່ເຄີຍໄດ້ຈັບຕົວ ທ້າວ ບຸນຕຽງມາແລ້ວ 2 ຄັ້ງ ໃນຂໍ້ຫາລັກຊັບພົນລະເມືອງ ແຕ່ບໍ່ເຂັດຫລາບ.