ຝົນຕົກໜັກເປັນປະຫວັດສາດ ເຮັດໃຫ້ນ້ຳຖ້ວມກະທັນຫັນ ທີ່ເມືອງ ເຈດດາ ປະເທດຊາອຸດິອາຣະເບຍ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 24 ພະຈິກ 2022 ນີ້ ເກີດນ້ຳຖ້ວມຮຸນແຮງຢ່າງກະທັນຫັນ, ກະແສນ້ຳແຮງພັດເຂົ້າບໍລິເວນໃຈກາງນະຄອນເຈດດາ ເມືອງສຳຄັນທີ່ຕິດທະເລແດງ ທາງພາກຕາເວັນຕົກຂອງປະເທດ ຊາອຸດິອາຣະເບຍ ຫລັງຈາກມີຝົນຕົກໜັກຕໍ່ເນື່ອງຫລາຍຊົ່ວໂມງ ສົ່ງຜົນໃຫ້ລົດຈຳນວນຫລາຍສິບຄັນຖືກພັດໄປກັບກະແສນ້ຳ. ໂດຍໂຄສົກກະຊວງປ້ອງກັນພົນລະເຮືອນຂອງນະຄອນເຈດດາ ເປີດເຜີຍວ່າ: ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ມີລາຍງານຕົວເລກຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ…










