ຈີນ-ຍີ່ປຸ່ນ ກຽມເລີ່ມດຳເນີນສາຍດ່ວນທາງທະຫານໃນປີໜ້າ ຫວັງສ້າງຄວາມໄວ້ວາງໃຈ-ຫລຸດຄວາມເຄັ່ງຕຶງສອງປະເທດ

ທ່ານ ໂຢຊິມາສະ ຮາຢາຊິ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ເປີດເຜີຍຕໍ່ສື່ມວນຊົນໃນວັນທີ 29 ພະຈິກວ່າ: ຈີນ ແລະ ຍີ່ປຸ່ນ ກຽມເລີ່ມຕົ້ນດຳເນີນສາຍດ່ວນທາງທະຫານໃນລະດູໃບໄມ້ປົ່ງປີ 2023 ໂດຍມີຈຸດປະສົງເພື່ອຫລຸດຄວາມເຄັ່ງຕຶງລະຫວ່າງທັງສອງປະເທດ.

ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງຈາກປະທານປະເທດ ສີຈິ້ນຜິງ ຂອງຈີນ ແລະ ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນ ໄດ້ເຫັນພ້ອມໃຫ້ເລັ່ງເປີດຊ່ອງທາງການເຈລະຈາກັນຜ່ານສາຍດ່ວນທາງທະຫານ ໃນການພົບປະເຈລະຈານອກຮອບລະຫວ່າງເດີນທາງຮ່ວມກອງປະຊຸມຜູ້ນຳ APEC 2022 ຢູ່ນະຄອນຫລວງບາງກອກ ໃນວັນທີ 17 ພະຈິກ.

ຂະນະທີ່ທ່ານ ຮາຢາຊິ ຄາດຫວັງວ່າ: ກົນໄກການສື່ສານລະຫວ່າງໜ່ວຍງານທາງທະຫານຂອງທັງສອງປະເທດ ຈະມີບົດບາດສຳຄັນໃນການສ້າງຄວາມໄວ້ວາງໃຈ ແລະ ຫລີກລ່ຽງເຫດການທີ່ບໍ່ຄາດຄິດລະຫວ່າງກັນໃນອະນາຄົດ.

ອ້າງອີງ:

http://www.bloomberg.com/…/japan-china-military-hotline…