ອິນໂດເນເຊຍເຝົ້າລະວັງຂັ້ນສູງສຸດ ຫລັງພູໄຟສູງທີ່ສຸດໃນເກາະຊາວາລະເບີດຢ່າງແຮງ ຈົນຕ້ອງກຳນົດເຂດຫ້າມເຂົ້າລັດສະໝີ 8 ກິໂລແມັດ

ອິນໂດເນເຊຍເຝົ້າລະວັງຂັ້ນສູງສຸດ ຫລັງພູໄຟສູງທີ່ສຸດໃນເກາະຊາວາລະເບີດຢ່າງແຮງ ຈົນຕ້ອງກຳນົດເຂດຫ້າມເຂົ້າລັດສະໝີ 8 ກິໂລແມັດ

ປະຊາຊົນຫລາຍພັນຄົນໃນແຂວງຊາວາຕາເວັນອອກຂອງອິນໂດເນເຊຍຢູ່ໃນສະພາບແຕກຕື່ນ ແລະ ເຝົ້າລະວັງ ຫລັງພູໄຟເຊເມຣູ ເຊິ່ງເປັນພູໄຟທີ່ມີພະລັງສູງທີ່ສຸດໃນເກາະ ເກີດການລະເບີດຂຶ້ນຢ່າງຮຸນແຮງໃນວັນທີ 4 ທັນວາ ຈົນເຮັດໃຫ້ທາງການຕ້ອງກຳນົດເຂດຫ້າມເຂົ້າໃນລັດສະໝີ 8 ກິໂລແມັດຈາກຍອດພູ ແລະ ບັງຄັບອົບພະຍົບປະຊາຊົນໃນຫລາຍບ້ານອ້ອມພູໄຟ. ຜົນຈາກການລະເບີດຂອງພູໄຟເຊເມຣູຄວາມສູງ 3.676 ແມັດ ໃຫ້ມີຂີ້ເຖົ່າພູໄຟຈຳນວນຫລາຍລອຍອອກມາປົກຄຸມເນື້ອທີ່ປູກຝັງ ແລະ ສິ່ງປຸກສ້າງອ້ອມຮອບ. ຂະນະທີ່ທ້ອງຟ້າເໜືອພູໄຟກາຍເປັນສີດຳ….

ປກສ ນະຄອນໄກສອນພົມວິຫານ ທຳລາຍນ້ຳ, ໃບ ແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ້ອມ

ປກສ ນະຄອນໄກສອນພົມວິຫານ ທຳລາຍນ້ຳ, ໃບ ແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ້ອມ

ວັນທີ 29 ພະຈິກ 2022 ນີ້ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ,ໄດ້ ທຳລາຍນ້ຳກະທ່ອມ, ໃບກະທ່ອມແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ່ອມ, ໂດຍການເຂົ້າຮ່ວມຂອງທ່ານ ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ, ມີຫົວໜ້າ, ຮອງພະແນກ…

ຍີ່ປຸ່ນຈັບ “ຄູ” ໂຮງຮຽນກຽມອະນຸບານ ທາລຸນເດັກອ່ອນສິບກໍລະນີ

ຍີ່ປຸ່ນຈັບ “ຄູ” ໂຮງຮຽນກຽມອະນຸບານ ທາລຸນເດັກອ່ອນສິບກໍລະນີ

ສື່ທ້ອງຖິ່ນຍີ່ປຸ່ນລາຍງານການຈັບກຸມຄູຜູ້ຍິງ 3 ຄົນ ເຊິ່ງເຄີຍເຮັດວຽກຢູ່ໂຮງຮຽນກຽມອະນຸບານຊາກຸຣະ ໂຮອິຄຸເອນ ໃນເມືອງຊູໂຊໂນະ ແຂວງຊິຊູໂອກະ ທາງຕອນກາງຂອງປະເທດ ໃນວັນທີ 4 ທັນວາ ຂໍ້ຫາກະທຳທາລຸນເດັກອ່ອນທີ່ຢູ່ໃນການເບິ່ງແຍງຂອງພວກນາງ. ການດຳເນີນການເບື້ອງຕົ້ນເກີດຂຶ້ນຫລັງຈາກມີການເປີດເຜີຍວ່າ: ອະດີດຄູໂຮງຮຽນເອກະຊົນກຸ່ມນີ້ກ່ຽວຂ້ອງກັບກໍລະນີກະທຳທາລຸນລະຫວ່າງເດືອນມິຖຸນາ-ສິງຫາ ຈຳນວນ 15 ກໍລະນີ ເຊິ່ງລວມທັງການຈັບເດັກອາຍຸ 1 ປີຫ້ອຍຫົວ,…

EU ເຫັນພ້ອມກັບການກຳນົດເພດານລາຄາ “ນ້ຳມັນຣັດເຊຍ”

EU ເຫັນພ້ອມກັບການກຳນົດເພດານລາຄາ “ນ້ຳມັນຣັດເຊຍ”

ວັນທີ 2 ທັນວາ, ກຸ່ມປະເທດສະມາຊິກສະຫະພາບເອີຣົບ (EU) ມີມະຕິກຳນົດເພດານລາຄານ້ຳມັນດິບຂອງຣັດເຊຍ ເຊິ່ງຖືກຂົນສົ່ງຜ່ານທາງເຮືອບັນທຸກນ້ຳມັນ ຢູ່ລະດັບ 60 ໂດລາສະຫະລັດຕໍ່ບາເຣລ. ການຕັດສິນໃຈດັ່ງກ່າວຈະຕ້ອງໄດ້ຮັບການອະນຸມັດຢ່າງເປັນທາງການດ້ວຍຂັ້ນຕອນທີ່ເປັນລາຍລັກອັກສອນ, ສ່ວນລາຍລະອຽດຂໍ້ຕົກລົງມີກຳນົດເຜີຍແພ່ໃນວາລະສານກົດໝາຍຂອງສະຫະພາບເອີຣົບໃນວັນທີ 4 ທັນວາ. ມະຕິດັ່ງກ່າວສັ່ງຫ້າມການໃຫ້ບໍລິການດ້ານປະກັນໄພ, ການເງິນ ແລະ ອື່ນໆ ສຳລັບການຂົນສົ່ງນ້ຳມັນຂອງຣັດເຊຍ ຖ້ານ້ຳມັນຖືກຂາຍໃນລາຄາສູງກວ່າ…

WHO  ປະເມີນປະຊາກອນໂລກ 90% ມີພູມຕ້ານທານໂຄວິດ ພ້ອມເຕືອນໃຫ້ລະວັງສາຍພັນໃໝ່

WHO ປະເມີນປະຊາກອນໂລກ 90% ມີພູມຕ້ານທານໂຄວິດ ພ້ອມເຕືອນໃຫ້ລະວັງສາຍພັນໃໝ່

ອົງການອະນາໄມໂລກ (WHO) ຄາດຄະເນວ່າ: 90% ຂອງປະຊາກອນໂລກມີພູມຕ້ານທານພະຍາດໂຄວິດ-19 ແລ້ວໃນປັດຈຸບັນ, ແຕ່ເຕືອນວ່າ: ອາດຈະມີໂຄວິດສາຍພັນໃໝ່ເກີດຂຶ້ນອີກ. ທ່ານ ທີໂດສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ຂອງ WHO ກ່າວວ່າ: ການເຝົ້າລະວັງທີ່ອ່ອນແອກຳລັງເປີດປະຕູໃຫ້ໄວຣັສສາຍພັນໃໝ່ປາກົດຂຶ້ນ ແລະ ເຂົ້າຄອບຄອງໂລກແທນໄວຣັສສາຍພັນໂອມິຄຣອນ. “WHO ຄາດຄະເນວ່າ:…

ເຈົ້າໜ້າທີ່ໄທ ບຸກຍຶດເຄື່ອງໃນ-ຊີ້ນສັດ ແຊ່ສານຟໍມາລິນ ເພື່ອສົ່ງຂາຍໃຫ້ຮ້ານຊີ້ນດາດ ແລະ ຮ້ານອາຫານອີສານ

ເຈົ້າໜ້າທີ່ໄທ ບຸກຍຶດເຄື່ອງໃນ-ຊີ້ນສັດ ແຊ່ສານຟໍມາລິນ ເພື່ອສົ່ງຂາຍໃຫ້ຮ້ານຊີ້ນດາດ ແລະ ຮ້ານອາຫານອີສານ

  ສຳນັກຂ່າວຊ່ອງ 3 ໄທ ລາຍງານໃຫ້ຮູ້ວ່າ:ໃນວັນທີ 3 ທັນວາ 2022 ນີ້ ກົມລ້ຽງສັດ ສົ່ງເຈົ້າໜ້າທີ່ດ່ານກັກກັນສັດຊົນບູລີ ບຸກກວດສອບແຫລ່ງລັກລອບຜະລິດວັດຖຸດິບ ຊີ້ນສັດ ແຊ່ໃນຖັງນ້ຳປະສົມສານຟໍມາລິນ ລາຍໃຫຍ່ ເພື່ອສົ່ງຂາຍໃຫ້ຮ້ານຊີ້ນດາດ ແລະ ຮ້ານອາຫານອີສານ ຫລາຍກວ່າ 66…

ອິນໂດເນເຊຍ ກຽມຜ່ານ ຮ່າງກົດໝາຍ ຫ້າມພົນລະເມືອງມີເພດສຳພັນ ກ່ອນແຕ່ງງານ

ອິນໂດເນເຊຍ ກຽມຜ່ານ ຮ່າງກົດໝາຍ ຫ້າມພົນລະເມືອງມີເພດສຳພັນ ກ່ອນແຕ່ງງານ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 3 ທັນວາ ທີ່ຜ່ານມາ ລັດຖະສະພາອິນໂດເນເຊຍກຽມຜ່ານ ຮ່າງກົດໝາຍ ຫ້າມພົນລະເມືອງມີເພດສຳພັນນອກສົມລົດ ຫລື ຫ້າມມີເພດສຳພັນກ່ອນແຕ່ງງານ ພາຍໃນເດືອນນີ້ ໂດຍກຳນົດລົງໂທດສູງສຸດຕິດຄຸກເຖິງ 1 ປີ. ຮ່າງກົດໝາຍດັ່ງກ່າວຈະມີການລົງມະຕິພາຍໃນອາທິດໜ້າ ເຊິ່ງມີຜົນບັງຄັບໃຊ້ກັບປະຊາຊົນອິນໂດເນເຊຍ ແລະ ຄົນຕ່າງປະເທດ, ເຊິ່ງຮ່າງກົດໝາຍນີ້ມີມາແຕ່ປີ 2019…