ອາເມລິກາອະນຸມັດວັກຊີນປ້ອງກັນ “ພະຍາດຊິຄຸນກຸນຢາ” ສູດທໍາອິດຂອງໂລກ

ໜ່ວຍງານກາງຂອງອາເມລິກາ ຮັບຮອງວັກຊີນຕ້ານພະຍາດຊິຄຸນກຸນຢາສູດທໍາອິດຂອງໂລກ ເພີ່ມຄວາມຫວັງໃຫ້ທຸກຝ່າຍໃນການເພີ່ມປະສິດທິພາບໃຫ້ແກ່ການປ້ອງກັນພະຍາດດັ່ງກ່າວ ເຊິ່ງມີຍຸງລາຍເປັນພາຫະ.
ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 10 ພະຈິກ, ຄະນະກໍາມະການອາຫານ ແລະ ຢາຂອງອາເມລິກາ (FDA) ອອກຖະແຫລງການ ເລື່ອງການອະນຸມັດວັກຊີນ Ixchiq ພັດທະນາ ແລະ ຜະລິດໂດຍບໍລິສັດວັລເນວາຂອງໂອຕຣິດໃຫ້ໃຊ້ກັບຜູ້ມີອາຍຸບໍ່ຕໍ່າກວ່າ 18 ປີ ເຊິ່ງມີຄວາມສ່ຽງຕໍ່ພະຍາດຊິຄຸນກຸນຢາ.
ວັກຊີນດັ່ງກ່າວເປັນແບບສັກເຂັມດຽວ, ໃຊ້ເຊື້ອໄວຣັສຊິຄຸນກຸນຢາທີ່ມີການເຮັດໃຫ້ເສື່ອມລິດ. ຂະນະທີ່ກ່ອນໄດ້ຮັບການຮັບຮອງຢ່າງເປັນທາງການຈາກ FDI ໃນຖານະວັກຊີນຕ້ານພະຍາດຊິຄຸນກຸນຢາສູດທໍາອິດຂອງໂລກ. ວັລເນວາທົດສອບວັກຊີນກັບກຸ່ມຕົວຢ່າງປະມານ 3.500 ຄົນ ຢູ່ອາເມລິກາເໜືອ ບໍ່ພົບຜູ້ເສຍຊີວິດໃນການທົດລອງ ແລະ ມີຜູ້ເກີດອາການຂ້າງຄຽງຈົນຕ້ອງເຂົ້າໂຮງໝໍພຽງ 2 ຄົນ.
ສ່ວນກຸ່ມຕົວຢ່າງທີ່ເຫລືອມີອາການໄຂ້, ອ່ອນແຮງ ແລະ ປວດກ້າມຊີ້ນໃນກຸ່ມຕົວຢ່າງຈໍານວນໜຶ່ງ, ແຕ່ຖືເປັນອາການຂ້າງຄຽງປົກກະຕິຂອງການໄດ້ຮັບວັກຊີນ.
ເຖິງຢ່າງໃດກໍຕາມ, FDI ກ່າວວ່າ: ຍັງບໍ່ມີຄວາມຈະແຈ້ງວ່າຜູ້ຍິງຖືພາທີ່ໄດ້ຮັບວັກຊີນຈະສາມາດຖ່າຍທອດພູມຕ້ານທານໄປສູ່ລູກໃນທ້ອງໄດ້ ຫລື ບໍ່ ຫລື ວັກຊີນຈະເຮັດໃຫ້ເກີດອາການຜິດປົກກະຕິຕໍ່ລູກ ຫລື ບໍ່.
ທັງນີ້, ພະຍາດຊິຄຸນກຸນຢາໄດ້ຮັບການຄົ້ນພົບຢ່າງເປັນທາງການຄັ້ງທໍາອິດ ຢູ່ແທນຊາເນຍ ໃນປີ 1952 ຕາມຖານຂໍ້ມູນຂອງອົງການອະນາໄມໂລກ (WHO) ເປັນພະຍາດຈາກເຊື້ອໄວຣັສທີ່ມີຍຸງລາຍເປັນພາຫະ. ອາການສ່ວນຫລາຍຄ້າຍຄືໄຂ້ເລືອດອອກແຕ່ຮຸນແຮງກວ່າ ແລະ ຈະເປັນອັນຕະລາຍຫລາຍກວ່າຖ້າຄົນເຈັບເປັນເດັກນ້ອຍ.
ມາຮອດຕອນນີ້, ການປິ່ນປົວພະຍາດຊິຄຸນກຸນຢາຍັງເປັນການປິ່ນປົວ ແລະ ເບິ່ງແຍງຕາມອາການ. ໄລຍະ 15 ປີຜ່ານມາ WHO ບັນທຶກຈໍານວນຜູ້ຕິດເຊື້ອພະຍາດຊິຄຸນກຸນຢາທົ່ວໂລກຫລາຍກວ່າ 5 ລ້ານຄົນ ສ່ວນຫລາຍຢູ່ອາຊີຕາເວັນອອກສຽງໃຕ້, ອາຟຣິກາ ແລະ ພື້ນທີ່ບາງສ່ວນຂອງພາກພື້ນອາເມລິກາ ເຖິງວ່າຍັງຖືເປັນພະຍາດສະເພາະຖິ່ນ, ແຕ່ມີຄວາມກັງວົນເພີ່ມຂຶ້ນວ່າວິກິດໂລກຮ້ອນອາດນໍາພາໃຫ້ເຊື້ອພະຍາດແພ່ກະຈາຍໄປພາກພື້ນອື່ນໄດ້.

