ອົງການອະນາໄມໂລກປ່ຽນຊື່ພະຍາດໝາກສຸກລີງ ເປັນ mpox ຫລີກລ່ຽງຢຽດເຊື້ອຊາດ

ວັນທີ 28 ພະຈິກ 2022, ອົງການອະນາໄມໂລກ (WHO) ແນະນຳການປ່ຽນຊື່ພະຍາດໝາກສຸກລີງເປັນ “mpox” ເພື່ອຫລີກລ່ຽງການເໝົາລວມ ແລະ ການຕີກາທີ່ຢຽດເຊື້ອຊາດ.
ຖະແຫລງການຈາກອົງການອະນາໄມໂລກລະບຸວ່າ: ຈະມີການໃສ່ຊື່ພະຍາດໝາກສຸກລີງ ແລະ mpox ພ້ອມກັນເປັນເວລາໜຶ່ງປີ ລະຫວ່າງການທະຍອຍຍົກເລີກໃສ່ຊື່ພະຍາດໝາກສຸກລີງ ໂດຍການດຳເນີນງານນີ້ມີຂຶ້ນຫລັງຈາກກຸ່ມຄົນ ແລະ ປະເທດຈຳນວນຫລາຍສະແດງຂໍ້ກັງວົນໃນກອງປະຊຸມຫລາຍຄັ້ງ ແລະ ຮ້ອງຂໍໃຫ້ອົງການອະນາໄມໂລກສະເໜີແນວທາງປ່ຽນຊື່.
ໄລຍະເວລາການປ່ຽນຊື່ໜຶ່ງປີຈະຊ່ວຍຫລຸດຄວມກັງວົນຂອງຜູ້ຊ່ຽວຊານກໍລະນີຄົນອາດເກີດຄວາມສັບສົນ ແລະ ຍັງມອບເວລາການແກ້ໄຂບັນຊີຈຳແນກພະຍາດລະຫວ່າງປະເທດ (ICD) ແລະ ປັບປຸງສື່ສິ່ງພິມຂອງອົງການອະນາໄມໂລກນຳອີກ.
ໃນເດືອນກໍລະກົດ, ອົງການອະນາໄມໂລກປະກາດໃຫ້ການລະບາດຂອງພະຍາດໝາກສຸກລີງໃນຫລາຍປະເທດນອກພື້ນທີ່ລະບາດດັ້ງເດີມໃນອາຟຣິກາເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ (PHEIC) ຢ່າງເປັນທາງການ ເຊິ່ງຖືເປັນການແຈ້ງເຕືອນລະດັບສູງສຸດຂອງອົງການອະນາໄມໂລກ.
ລາຍງານລະບຸວ່າ: ອົງການອະນາໄມໂລກມີຄວາມຮັບຜິດຊອບໃນການກຳນົດຊື່ພະຍາດເກີດໃໝ່ ແລະ ພະຍາດທີ່ມີຢູ່ຜ່ານຂະບວນການປຶກສາ ເຊິ່ງຄວບຄຸມປະເທດສະມາຊິກຂອງອົງການອະນາໄມໂລກ ໂດຍການປຶກສາຫາລືກ່ຽວກັບພະຍາດໝາກສຸກລີງມີຕົວແທນຈາກໜ່ວຍງານລັດຖະບານ 45 ປະເທດເຂົ້າຮ່ວມ.
ອົງການອະນາໄມໂລກເຜີຍວ່າ: ຮອດວັນທີ 26 ພະຈິກ ປະເທດສະມາຊິກອົງການອະນາໄມໂລກ 110 ປະເທດ ລາຍງານພົບຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນໂດຍຫ້ອງປະຕິບັດການ 81.107 ຄົນ ແລະ ຜູ້ຖືກສົງໄສ 1.526 ຄົນ ເຊິ່ງລວມທັງຜູ້ເສຍຊີວິດ 55 ຄົນ ໂດຍຜູ້ຕິດເຊື້ອສ່ວນຫລາຍພົບໃນໄລຍະ 4 ອາທິດຜ່ານມາ ຢູ່ທະວີບອາເມລິກາເໜືອ ແລະ ໃຕ້ (92,3%) ແລະ ທະວີບເອີຣົບ (5,8%). ຂະນະທີ່ຈຳນວນຜູ້ຕິດເຊື້ອໃໝ່ປະຈຳອາທິດທົ່ວໂລກຫລຸດລົງ 46,1% ໃນອາທິດລະຫວ່າງວັນທີ 21-27 ພະຈິກ.

