ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະເດັກນ້ອຍຢູ່ອາຟຣິກາຢູ່ໃນລະດັບສູງຍ້ອນຜົນກະທົບຈາກໂຄວິດ-19

ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະເດັກນ້ອຍຢູ່ອາຟຣິກາຢູ່ໃນລະດັບສູງຍ້ອນຜົນກະທົບຈາກໂຄວິດ-19

ອີງຕາມບົດລາຍງານສະບັບຫຼ້າສຸດທີ່ອົງການອະນາໄມໂລກເປີດເຜີຍໃນວັນທີ 1 ທັນວານີ້ ສະແດງໃຫ້ເຫັນວ່າ: ໃນ 10 ປີຜ່ານມາ, ຜົນຄືບໜ້າຂອງການເຮັດໃຫ້ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະ ເດັກນ້ອຍຫຼຸດລົງຢູ່ອາຟຣິກາພວມຊັກຊ້າລົງ, ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຜົນຄືບໜ້າດັ່ງກ່າວແມ່ນບໍ່ສາມາດເຫັນໄປໃນ ແງ່ດີໄດ້. ເຈົ້າໜ້າທີ່ຝ່າຍວິເຄາະແລະຄຸ້ມຄອງຕົວເລກຂໍ້ມູນຂອງສຳນັກງານອົງການອະນາໄມໂລກ ປະຈຳພາກພື້ນອາຟຣິກາກ່າວວ່າ: “ອັດຕາການເສຍຊີວິດຂອງແມ່ຍິງຖືພາ, ເກີດລູກ ແລະ…

ທະນາຄານກາງເອີຣົບຈະສືບຕໍ່ເພີ່ມອັດຕາດອກເບ້ຍ ເນື່ອງຈາກສະພາບອັດຕາເງິນເຟີ້ຍັງສູງ

ທະນາຄານກາງເອີຣົບຈະສືບຕໍ່ເພີ່ມອັດຕາດອກເບ້ຍ ເນື່ອງຈາກສະພາບອັດຕາເງິນເຟີ້ຍັງສູງ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ນາງ ຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບໄດ້ກ່າວໃນກອງປະຊຸມຮັບຟັງຄຳໃຫ້ການກ່ຽວກັບນະໂຍບາຍເງິນຕາຂອງສະພາ ເອີຣົບວ່າ: ທະນາຄານກາງເອີຣົບ ຈະສືບ​ຕໍ່ເພີ່ມອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍເງິນຕາທີ່ຈະຈັດຂຶ້ນໃນເດືອນທັນວານີ້. ພ້ອມກັນນັ້ນ, ທ່ານ ນາງ ລາກາດ ໄດ້ຮຽກຮ້ອງໃຫ້ຄະນະກຳມາທິການສະຫະພາບເອີຣົບ ແລະ ສະມາຊິກສະຫະພາບເອີຣົບຈົ່ງປະຕິບັດນະໂຍບາຍການເງິນແບບຍືນຍົງເພື່ອຊຸກຍູ້ໃຫ້ເສດຖະກິດ ຂອງສະຫະພາບເອີຣົບຫັນປ່ຽນຮູບແບບໃຫ້ເປັນແບບຍືນຍົງ ແລະ ແບບດີຈີຕອນ, ຮັບປະກັນຄວາມໝັ້ນຄົງຂອງເສດຖະກິດສະຫະພາບເອີຣົບ….

ອິນເດຍ  ປະກາດ​ຍົກ​ເລີກ​ຄຳ​ສັ່ງຫ້າມ​ສົ່ງ​ອອກ​ເຂົ້າ ປອດ​ສານ​ພິດ

ອິນເດຍ ປະກາດ​ຍົກ​ເລີກ​ຄຳ​ສັ່ງຫ້າມ​ສົ່ງ​ອອກ​ເຂົ້າ ປອດ​ສານ​ພິດ

ສຳນັກ​ຂ່າວ​ ຊິນ​ຮວາ, ສຳນັກງານ​ການ​ຄ້າ​ຕ່າງປະ​ເທດ​ ອິນ​ເດຍ ລາຍງານໃຫ້ຮູ້​ວ່າ: ລັດຖະບານ​ອິນ​ເດຍປະກາດ​ຍົກ​ເລີກ​ຄຳ​ສັ່ງຫ້າມ​ສົ່ງ​ອອກ​ເຂົ້າປອດ​ສານ​ພິດ (organic) ລວມທັງເຂົ້າຫັກ​ ຫລັງ​ຈາກບັງຄັບ​ໃຊ້ຄຳ​ສັ່ງ​ດັ່ງ​ກ່າວ​​ເປັນ​ເວລາ 3 ​ເດືອນ​ແລ້ວ ໂດຍເລີ່​ມມີ​ຜົນ​ບັງຄັບ​ໃຊ້​ນັບແຕ່​ວັນ​ທີ 1 ທັນວາ​ນີ້. ອິນເດຍຫ້າມສົ່ງອອກເຂົ້າເພື່ອຮັບປະກັນການສະໜອງເຂົ້າໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະ​ເທດທ່າມກາງຄວາມເປັນຫ່ວງວ່າ ຈະຜະເຊີນກັບການຂາດແຄນເຂົ້າຫລັງຈາກການ​ຜະລິດ ຫລຸດ​ລົງ. ນອກນີ້, ລັດຖະບານ ອິນ​ເດຍ…

ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ

ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ

ວັນທີ 1 ທັນວາ, ສຳນັກງານສະຖິຕິແຫ່ງຊາດຫວຽດນາມ ເປີດເຜີຍວ່າ: ຫວຽດນາມຕ້ອນຮັບນັກເດີນທາງຕ່າງປະເທດປະມານ 3 ລ້ານຄົນ ໃນໄລຍະ 11 ເດືອນຂອງປີນີ້ ເພີ່ມຂຶ້ນ 21 ເທົ່າ ຈາກໄລຍະດຽວກັນຂອງປີຜ່ານມາ, ແຕ່ຍັງຕໍ່າກວ່າໄລຍະກ່ອນເກີດໂຄວິດ-19 ໃນປີ 2019. ສຳນັກງານສະຖິຕິແຫ່ງຊາດຫວຽດນາມລະບຸວ່າ: ປະລິມານນັກເດີນທາງຕ່າງປະເທດທີ່ເດີນທາງເຂົ້າຫວຽດນາມທາງເຮືອບິນມີຫລາຍກວ່າ…

ທາງການລັດຮາວາຍ ເຕືອນໄພຜູ້ໃຊ້ຖະໜົນ ຫລັງພູເຂົາໄຟລະເບີດ ລາວາໄຫລເຂົ້າໃກ້ທາງຫລວງ

ທາງການລັດຮາວາຍ ເຕືອນໄພຜູ້ໃຊ້ຖະໜົນ ຫລັງພູເຂົາໄຟລະເບີດ ລາວາໄຫລເຂົ້າໃກ້ທາງຫລວງ

ສຳນັກງານຕ່າງປະເທດລາຍງານວ່າ: ວັນທີ 30 ພະຈິກ 2022 ນີ້ ທາງການລັດຮາວາຍ ຮຽກຮ້ອງປະຊາຊົນບໍ່ໃຫ້ຈອດລົດຢູ່ຕາມເສັ້ນທາງຫລວງ ຫລັງຈາກທີ່ພູເຂົາໄຟ 2 ລູກລະເບີດຕໍ່ເນື່ອງກັນ ໃນອາທິດທີ່ຜ່ານມາ ເຮັດໃຫ້ລາວາໄຫລເຂົ້າໃກ້ຫົນທາງຫລາຍຂຶ້ນເລື້ອຍໆ. ເບື້ອງຕົ້ນເຈົ້າໜ້າທີ່ເຊື່ອວ່າການລະເບີດຄັ້ງນີ້ ຈະບໍ່ກະທົບຕໍ່ບ້ານເຮືອນຂອງປະຊາຊົນ ຫລື ໂຄງສ້າງພື້ນຖານໃກ້ຄຽງ ແຕ່ພໍມາຮອດ ວັນທີ 29…

ເກີດເຫດລະເບີດ ໂຮງຮຽນສາສະໜາ ອັບການິດສະຖານ ນັກຮຽນເສຍຊີວິດ 17 ຄົນ ແລະ ບາດເຈັບຫລາຍຄົນ

ເກີດເຫດລະເບີດ ໂຮງຮຽນສາສະໜາ ອັບການິດສະຖານ ນັກຮຽນເສຍຊີວິດ 17 ຄົນ ແລະ ບາດເຈັບຫລາຍຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 30 ພະຈິກ 2022 ນີ້, ເກີດເຫດລະເບີດໂຈມຕີໂຮງຮຽນສອນສາສະໜາທີ່ເມືອງໄອບັດ ແຂວງ ຊາມັນກັນ ພາກເໜືອຂອງປະເທດອັບການິດສະຖານ ເຮັດໃຫ້ມີຄົນເສຍຊີວິດ 17 ຄົນ ແລະ ບາດເຈັບອີກ 26 ຄົນ ຜູ້ຖືກເຄາະຮ້າຍສ່ວນໃຫຍ່ເປັນນັກຮຽນອາຍຸປະມານ 9-15 ປີ….

ປະຊາກອນຫວຽດນາມໃກ້ເຖິງ 100 ລ້ານຄົນໃນປີ 2023

ປະຊາກອນຫວຽດນາມໃກ້ເຖິງ 100 ລ້ານຄົນໃນປີ 2023

ສື່ທ້ອງຖິ່ນຫວຽດນາມລາຍງານວ່າ: ປັດຈຸບັນຫວຽດນາມມີປະຊາກອນຫລາຍກວ່າ 99 ລ້ານຄົນ ເຊິ່ງເຮັດໃຫ້ຫວຽດນາມເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດອັນດັບ 15 ຂອງໂລກ, ອັນດັບ 8 ຂອງອາຊີ ແລະ ອັນດັບ 3 ຂອງອາຊີຕາເວັນອອກສຽງໃຕ້. ລາຍງານລະບຸວ່າ: ຈຳນວນປະຊາກອນຂອງຫວຽດນາມຈະສູງເຖິງ 100 ລ້ານຄົນພາຍໃນປີ 2023 ໂດຍປັດຈຸບັນມີຜູ້ຍິງອາຍຸ…

ທ່ານ ຈຽງເຈີໝິນ ອະດີດປະທານປະເທດຈີນເສຍຊີວິດແລ້ວ

ທ່ານ ຈຽງເຈີໝິນ ອະດີດປະທານປະເທດຈີນເສຍຊີວິດແລ້ວ

ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຈຽງເຈີໝິນ ອະດີດປະທານປະເທດຈີນ ເສຍຊີວິດແລ້ວໃນວັນທີ 30 ພະຈິກນີ້ ດ້ວຍອາຍຸ 96 ປີ. ລາຍງານລະບຸວ່າ: ທ່ານ ຈຽງເຈີໝິນ ເສຍຊີວິດໃນນະຄອນຊຽງໄຮ້ ດ້ວຍພະຍາດມະເຮັງເມັດເລືອດຂາວ ແລະ ອະໄວຍະວະຫລາຍສ່ວນລົ້ມເຫລວເມື່ອເວລາ 12:13 ໂມງ ຂອງວັນທີ…

ປະກາດມີລາງວັນ 10.000.000 ກີບ ສຳລັບການນຳຈັບ ຫລື ມີເບາະແສກ່ຽວກັບຄາຕະກອນ

ປະກາດມີລາງວັນ 10.000.000 ກີບ ສຳລັບການນຳຈັບ ຫລື ມີເບາະແສກ່ຽວກັບຄາຕະກອນ

ທ້າວພອນວິໄລ ເມກສຸລິນ (ແບ໋ດ) ອາຍຸ 40 ປີ, ເຊື້ອຊາດ ແລະ ສັນຊາດ ລາວ, ອາຊີບ ກໍາມະກອນ, ຫນ່ວຍ 13, ຢູ່ບ້ານທາດຫຼວງເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ  ຫົວໜ້າອົງການໄອຍະການປະຊາຊົນ ເຂດ IV…

ຈີນ ຢຶດຢາສູບທີ່ລັກລອບຂົນສົ່ງ ເກືອບ 93.000 ຫີບ

ຈີນ ຢຶດຢາສູບທີ່ລັກລອບຂົນສົ່ງ ເກືອບ 93.000 ຫີບ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 28 ພະຈິກ 2022ນີ້ ໜ່ວຍງານຍາມຝັ່ງ ແຂວງກວາງຕຸ້ງ ທາງພາກໃຕ້ ຂອງ ຈີນ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 30 ຄົນ ແລະ ກວດຢຶດ ຢາສູບ ທີ່ລັກລອບ ຂົນສົ່ງປະມານ 93.000…