ສານເບຣຊິນສັ່ງສອບສວນອະດີດປະທານາທິບໍດີ ພົວພັນເຫດການຜູ້ຊຸມນຸມບຸກສະພາ ຫລັງພົບວິດີໂອປຸກປັ່ນຄັດຄ້ານຜົນເລືອກຕັ້ງ

ສານສູງສຸດເບຣຊິນກຽມເປີດການສອບສວນອະດີດປະທານາທິບໍດີ ຢາອີ ໂບລໂຊນາຣູ ຂໍ້ຫາສະໜັບສະໜູນຜູ້ປະທ້ວງກໍ່ເຫດບຸກອາຄານສຳຄັນຂອງລັດຖະບານໃນວັນທີ 8 ມັງກອນ ຫລັງເສຍໄຊການເລືອກຕັ້ງ ແຕ່ບໍ່ຍອມຮັບຜົນ.
ສໍານັກຂ່າວຕ່າງປະເທດລາຍງານວ່າ: ຄະນະຜູ້ພິພາກສາສານສູງສຸດຂອງເບຣຊິນມີມະຕິເຫັນພ້ອມໃຫ້ເປີດການສອບສວນອະດີດປະທານາທິບໍດີ ຢາອີ ໂບລໂຊນາຣູ ໃນຂໍ້ກ່າວຫາທີ່ວ່າໃຫ້ການສະໜັບສະໜູນເບື້ອງຫລັງຜູ້ປະທ້ວງບຸກອາຄານລັດຖະສະພາ, ທໍານຽບປະທານາທິບໍດີ ແລະ ອາຄານສານສູງສຸດ ໃນວັນທີ 8 ມັງກອນຜ່ານມາ.
ມະຕິດັ່ງກ່າວມີຂຶ້ນຫລັງຈາກສໍານັກງານໄອຍະການເບຣຊິນຍື່ນຄໍາຮ້ອງຕໍ່ສານໃຫ້ມີການສອບສວນທ່ານ ໂບລໂຊນາຣູ ເນື່ອງຈາກພົບຄວາມເປັນໄປໄດ້ທີ່ອະດີດຜູ້ນຳມີພຶດຕິກໍາຍຸແຍ່ ແລະ ເຜີຍແຜ່ຂໍ້ມູນທີ່ເປັນການຕໍ່ຕ້ານປະຊາທິປະໄຕ ຈົນນໍາໄປສູ່ການກໍ່ເຫດອາດຊະຍາກໍາທີ່ປ່າເຖື່ອນ ແລະ ຮຸນແຮງ.
ສໍານັກງານໄອຍະການໄດ້ອ້າງເຖິງພຶດຕິກໍາຂອງທ່ານ ໂບລໂຊນາຣູ ເຊິ່ງພົບວ່າໃນວັນທີ 10 ມັງກອນ ຫລື 2 ວັນຫລັງເກີດເຫດຈະລາຈົນກາງນະຄອນຫລວງບຣາຊິເລຍ, ອະດີດຜູ້ນໍາເບຣຊິນໄດ້ແຊຣ໌ວິດີໂອຈາກຜູ້ຍິງຄົນໜຶ່ງທີ່ຕັ້ງຄໍາຖາມເຖິງໄຊຊະນະຂອງທ່ານ ລູອິຊ ອິນາຊິອູ ລູລາ ດາ ຊິລວາ ໃນການເລືອກຕັ້ງປະທານາທິບໍດີໃນເດືອນຕຸລາປີຜ່ານມາ ກ່ອນວິດີໂອດັ່ງກ່າວຈະຖືກລຶບອອກໄປໃນບໍ່ເທົ່າໃດຊົ່ວໂມງຕໍ່ຈາກນັ້ນ.
ໄອຍະການລະບຸວ່າ: ເຖິງວ່າວິດີໂອຈະຖືກເຜີຍແຜ່ຫລັງເກີດເຫດການປະທ້ວງຮຸນແຮງ, ແຕ່ເນື້ອໃນຂອງວິດີໂອພົບວ່າມີການເຊື່ອມໂຍງຕໍ່ເຫດການຮຸນແຮງທີ່ເກີດຂຶ້ນໃນບຣາຊິເລຍ ຈຶ່ງມີເຫດຜົນພຽງພໍຈະສືບສວນພຶດຕິກໍາຂອງທ່ານ ໂບລໂຊນາຣູ ກ່ອນເກີດເຫດ.
ທັງນີ້, ທ່ານ ໂບລໂຊນາຣູ ເດີນທາງໄປອາເມລິການັບແຕ່ທ້າຍເດືອນທັນວາຜ່ານມາ ໂດຍບໍ່ໄດ້ເຂົ້າຮ່ວມພິທີສົ່ງມອບຕໍາແໜ່ງໃຫ້ປະທານາທິບໍດີຄົນໃໝ່ ແລະ ຕໍ່ຈາກນັ້ນມີລາຍງານວ່າທ່ານໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍໃນລັດຟໍຣິດາຈາກອາການເຈັບທ້ອງ ເຊິ່ງເປັນຜົນມາຈາກເຄີຍຖືກແທງທ້ອງຕອນຫາສຽງເລືອກຕັ້ງປະທານາທິບໍດີສະໄໝທຳອິດ.
ໂດຍອະດີດຜູ້ນໍາເບຣຊິນ ໄດ້ອອກມາເຜີຍແພ່ໃນໂລກອອນລາຍກ່ອນໜ້ານີ້ວ່າ: ທ່ານຈະເດີນທາງກັບເບຣຊິນຫລັງຈາກປິ່ນປົວຫາຍດີແລ້ວ ເພື່ອຢືນຢັນຄວາມບໍລິສຸດ ຫລັງຖືກກ່າວຫາວ່າຢູ່ເບື້ອງຫລັງ ແລະ ໃຫ້ການສະໜັບສະໜູນທາງການເງິນຕໍ່ກຸ່ມຜູ້ປະທ້ວງ.

