ຈີນເລັ່ງຄົ້ນຫາເຫຍື່ອແຜ່ນດິນໄຫວຢູ່ມົນທົນການຊູ່ ມີຜູ້ເສຍຊີວິດຫລາຍກວ່າ 100 ຄົນ

ທີມເຈົ້າໜ້າທີ່ກູ້ໄພຂອງຈີນເລັ່ງຄົ້ນຫາ ແລະ ຊ່ວຍເຫລືອຜູ້ຖືກຝັງກ້ອງຊາກອາຄານເຮືອນຢ່າງຕໍ່ເນື່ອງໃນວັນທີ 19 ທັນວາ ພາຍຫລັງເກີດແຜ່ນດິນໄຫວຢູ່ແຂວງການຊູ່ ທາງຕາເວັນຕົກສຽງເໜືອ ເມື່ອເວລາ 23:00 ໂມງ ຂອງວັນທີ 18 ທັນວາ ຕາມເວລາປະເທດລາວ ເຊິ່ງສົ່ງຜົນເຮັດໃຫ້ອາຄານບ້ານເຮືອນຫລາຍຫລັງພັງເສຍຫາຍ ແລະ ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 111 ຄົນ, ບາດເຈັບ 220 ກວ່າຄົນ.
ເບື້ອງຕົ້ນໜ່ວຍສໍາຫລວດທາງທໍລະນີວິທະຍາຂອງອາເມລິກາ ລາຍງານວ່າ: ແຜ່ນດິນໄຫວຄັ້ງນີ້ວັດແທກແຮງສັ່ນສະເທືອນໄດ້ 5,9 ຣິກເຕີ ໂດຍມີສູນກາງແຜ່ນດິນໄຫວຢູ່ບໍລິເວນຊາຍແດນ ແຂວງການຊູ່ ກັບ ແຂວງ ຊິງໄຫ່ ເລິກລົງໄປໃຕ້ພື້ນດິນປະມານ 10 ກິໂລແມັດ.

ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ອອກຖະແຫລງການຢືນຢັນວ່າ: ຈະພະຍາຍາມທຸກວິທີທາງເພື່ອຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດ.

ສໍານັກຂ່າວ Xinhua ຂອງທາງການຈີນລາຍງານວ່າ: ຢູ່ແຂວງ ການຊູ່ ພົບຜູ້ເສຍຊີວິດ 100 ກວ່າຄົນ ແລະ ຜູ້ບາດເຈັບ 96 ຄົນ, ສ່ວນ ຢູ່ເມືອງໄຫ່ຕົງ ແຂວງ ຊິງໄຫ່ ມີຜູ້ເສຍຊີວິດ 11 ຄົນ ແລະ ບາດເຈັບ 124 ຄົນ.

ອ້າງອີງ: