ອົງການອະນາໄມໂລກຢາກໃຫ້ຄວບຄຸມຢາສູບໄຟຟ້າ ແບບດຽວກັນກັບຢາສູບມວນແບບຊອງທົ່ວໄປ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 15 ທັນວາ 2023 ວ່າ: ອົງການອະນາໄມໂລກ ຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆ ປະຕິບັດມາດຕະການຄວບຄຸມ ຢາສູບໄຟຟ້າໃຫ້ຄືກັບຢາສູບມວນແບບຊອງທົ່ວໆໄປ ແລະຫ້າມບໍ່ໃຫ້ມີການແຕ່ງກິ່ນ ແລະ ລົດຊາດໃນຢາສູບ ນຳອີກ.
ອົງການອະນາໄມໂລກກ່າວວ່າ: ຕ້ອງມີມາດຕະການຮີບດ່ວນເພື່ອຄວບຄຸມຢາສູບໄຟຟ້າ, ໃນເວລານີ້ ຍັງບໍ່ທັນມີຫລັກຖານພຽງພໍທີ່ຈະເຊື່ອວ່າ ຢາສູບໄຟຟ້າສາມາດຊ່ວຍໃຫ້ຄົນເຊົາສູບຢາໄດ້, ຢາສູບໄຟຟ້າເປັນອັນຕະລາຍຕໍ່ສຸຂະພາບ ແລະ ອາດເຮັດໃຫ້ເກີດການຕິດນິໂຄຕິນໃນບັນດາກຸ່ມຜູ້ທີ່ບໍ່ສູບຢາ. ໂດຍສະເພາະແມ່ນເດັກນ້ອຍ ແລະ ໄວໜຸ່ມ ໃນປັດຈຸບັນເຍົາວະຊົນອາຍຸ 13-15 ປີກໍາລັງໃຊ້ຢາສູບໄຟຟ້າຫລາຍກ່ວາຜູ້ໃຫຍ່, ເນື່ອງມາຈາກ ກົນລະຍຸດການຕະຫລາດຂອງຜູ້ຜະລິດຢາສູບໄຟຟ້າ.
ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ: ເດັກນ້ອຍຖືກເລືອກ ແລະ ເຂົ້າໄປຕິດຢາສູບໄຟຟ້າໂດຍເລີ່ມໃຊ້ຢາສູບໄຟຟ້າຕັ້ງແຕ່ອາຍຸຍັງນ້ອຍ ແລະ ອາດຈະຕິດນິໂຄຕິນ. ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆໃຊ້ມາດຕະການທີ່ເຂັ້ມງວດເພື່ອຄວບຄຸມຢາສູບໄຟຟ້າ. ອົງການອະນາໄມໂລກຮຽກຮ້ອງໃຫ້ມີການປ່ຽນແປງ ເຊິ່ງລວມທັງຫ້າມນຳໃຊ້ສານປຸງແຕ່ງກິ່ນ ແລະ ເພີ່ມລົດຊາດທັງໝົດເຊັ່ນ: menthol, ແລະ ມາດຕະການອື່ນໆອີກເຊັ່ນ: ພາສີ ແລະ ການຫ້າມການໃຊ້ຢາສູບໄຟຟ້າໃນສະຖານທີ່ສາທາລະນະ.