ຊາວເນປານຮ່ວມໄວ້ອາໄລຜູ້ປະສົບເຫດເຮືອບິນຕົກ ຄັ້ງຮ້າຍແຮງສຸດໃນຮອບ 30 ປີ

ສໍານັກຂ່າວບີບີຊີລາຍງານວ່າ: ຊາວເນປານຮ່ວມກັນໄວ້ອາໄລຕໍ່ຜູ້ປະສົບເຫດເຮືອບິນຕົກ ເຊິ່ງເກີດຂຶ້ນໃນວັນທີ 15 ມັງກອນ ແລະ ຖືເປັນໂສກນາດຕະກຳທາງອາກາດຄັ້ງຮ້າຍແຮງທີ່ສຸດໃນຮອບ 30 ປີຂອງເນປານ.
ເຮືອບິນຂອງສາຍການບິນເຢຕິແອລາຍ ພ້ອມຜູ້ໂດຍສານ ແລະ ຈຸບິນ 72 ຄົນ ປະສົບອຸບັດເຫດຕົກຫ່າງຈາກສະໜາມບິນໂປຂາຣາ ທາງພາກກາງຂອງປະເທດເນປານອອກໄປປະມານ 1,5 ກິໂລແມັດ ໂດຍເຮືອບິນລໍາດັ່ງກ່າວມີກໍານົດການເດີນທາງຈາກນະຄອນຫລວງກາມານທຸໄປເມືອງໂປຂາຣາ ກ່ອນປະສົບອຸບັດເຫດຕົກເວລາທີ່ເຮືອບິນກໍາລັງພະຍາຍາມລົງຈອດຢູ່ສະໜາມບິນໂປຂາຣາ ຈົນເຮືອບິນເກີດໄຟໄໝ້ ແຕ່ຍັງບໍ່ມີລາຍງານສາເຫດຂອງເລື່ອງທີ່ເກີດຂຶ້ນ.
ປັດຈຸບັນເຈົ້າໜ້າທີ່ພົບຜູ້ເສຍຊີວິດແລ້ວ 68 ຄົນ ແລະ ພະຍາຍາມຄົ້ນຫາຜູ້ໂດຍສານທີ່ເຫລືອ, ແຕ່ປະຕິບັດການຄົ້ນຫາ ແລະ ຊ່ວຍເຫລືອໄດ້ຖືກໂຈະໃນຕອນກາງຄືນ ເນື່ອງຈາກຄວາມມືດທີ່ປິດບັງການແນມເຫັນ ແລະ ຈະດຳເນີນການຄົ້ນຫາຕໍ່ໃນເຊົ້າວັນທີ 16 ມັງກອນ. ທັງນີ້ ນາຍົກລັດຖະມົນຕີເນປານປະກາດໃຫ້ມີການໄວ້ອາໄລທົ່ວປະເທດໃນວັນທີ 16 ມັງກອນ ແລະ ລັດຖະບານໄດ້ຈັດຕັ້ງຄະນະກໍາມະການສອບສວນ ເພື່ອຫາສາເຫດຂອງເຮືອບິນຕົກ.

