ຂໍ້ແນະນໍາໃນການດໍາເນີນຊີວິດຈາກທ່ານ Dalai Lama

- ລະນຶກສະເໝີວ່າ ການຈະໄດ້ພົບຄວາມຮັກ ແລະ ຄວາມສໍາເລັດອັນຍິ່ງໃຫຍ່ກໍຕ້ອງປະສົບຄວາມສ່ຽງອັນມະຫາສານ.
- ເມື່ອເຮົາແພ້ ຢ່າລືມເກັບໄວ້ເປັນບົດຮຽນ.
- ຈົ່ງປະຕິບັດຕາມ 3 Rs.
- ເຄົາລົບຕົນເອງ (Respect for self)
- ເຄົາລົບຜູ້ອື່ນ (Respect for ofhers)
- ຮັບຜິດຊອບຕໍ່ການກະທໍາຂອງຕົນເອງ ( Responsibility for all your actions)
- ຈົງຈໍາໄວ້ວ່າ ການທີ່ບໍ່ໄດ້ເຮັດຕາມໃຈປາຖະໜາຂອງຕົນ ບາງຄັ້ງກໍໃຫ້ໂຊກຢ່າງມະຫັດສະຈັນ.
- ຈົ່ງຮຽນຮູ້ກົດ ເພື່ອຈະຮູ້ວິທີການຝ່າຝືນຢ່າງເໝາະສົມ.
- ຈົ່ງຢ່າປ່ອຍໃຫ້ການຜິດຖຽງກັນພຽງເລື່ອງເລັກນ້ອຍ ມາທໍາຮ້າຍມິດຕະພາບອັນຍິ່ງໃຫຍ່ຂອງເຮົາ.
- ເມື່ອເຮົາຮູ້ວ່າເຮັດຜິດ ຈົ່ງຢ່າລໍຊ້າທີ່ຈະແກ້ໄຂ.
- ຈົ່ງໃຊ້ເວລາກັບການຢູ່ລໍາພັງຜູ້ດຽວໃນແຕ່ລະວັນ.
- ຈົ່ງອ້າແຂນຮັບການປ່ຽນແປງ ແຕ່ຢ່າປ່ອຍໃຫ້ຄຸນຄ່າຂອງເຮົາຫຼຸດຈາກໄປ.
- ຈົ່ງລະນຶກໄວ້ວ່າ ບາງຄັ້ງຄວາມມິດງຽບກໍເປັນຄໍາຕອບທີ່ດີທີ່ສຸດ.
- ຈົ່ງດໍາເນີນຊີວິດດ້ວຍຄວາມຊື່ສັດສຸດຈະລິດ ເພື່ອວ່າເມື່ອເຮົາສູງໄວຂຶ້ນ ແລະ ຄິດຫວນກັບມາ ເຮົາຈະສາມາດມີຄວາມສຸກກັບສິ່ງທີ່ໄດ້ເຮັດລົງໄປໄດ້ອີກຄັ້ງ.
- ບັນຍາກາດອັນອົບອຸ່ນໃນຄອບຄົວເປັນພື້ນຖານສໍາຄັນຂອງຊີວິດ.
- ເມື່ອເກີດຂັດໃຈກັບຄົນທີ່ເຈົ້າຮັກ ໃຫ້ຢຸດໄວ້ພຽງເລື່ອງປັດຈຸບັນ ຢ່າຂຸດຄົ້ນເລື່ອງໃນອະດີດ.
14. ຈົ່ງແບ່ງປັນຄວາມຮູ້ ເພື່ອເປັນຫົນທາງກ້າວສູ່ຄວາມເປັນອຳມະຕະ.
- ຈົ່ງສຸພາບກັບໂລກໃບນີ້.
- ຈົ່ງຫາໂອກາດທ່ອງທ່ຽວໄປສະຖານທີ່ຕ່າງໆທີ່ເຈົ້າບໍ່ເຄີຍໄປ ຢ່າງໜ້ອຍປີລະຄັ້ງ.
- ຈື່ໄວ້ວ່າ ຄວາມສໍາພັນທີ່ດີທີ່ສຸດ ຄືຄວາມຮັກບໍ່ແມ່ນຄວາມຊັງ.
- ຈົ່ງຕັດສິນຄວາມສໍາເລັດຂອງຕົນເອງດ້ວຍສິ່ງທີ່ຕ້ອງເສຍສະຫຼະ.
- ຈົ່ງເຂົ້າໃກ້ຄວາມຮັກດ້ວຍການປ່ອຍວາງ.

