ດ້ວຍການຮ່ວມມືລະຫວ່າງ UXOLAO ແລະ JMAS ສາມາດເກັບກູ້ລະເບີດບໍ່ທັນແຕກເພີ່ມເປັນ 1,6 ເທົ່າ

ອົງການເກັບກູ້ລະເບີດເຈມັດປະເທດຍີ່ປຸ່ນ (JMAS) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO LAO) ໄດ້ມີການປະເມີນຜົນໂຄງການນຳໃຊ້ເຄື່ອງຈັກທັນສະໄໝທຳລາຍລະເບີດລູກຫວ່ານທີ່ບໍ່ທັນແຕກຢູ່ຂວງຊຽງຂວາງ ເມື່ອທ້າຍອາທິດຜ່ານມາ, ຊີ້ໃຫ້ເຫັນວ່າ: ພຽງເວລາ 1 ປີຜ່ານມາ ຄືແຕ່ກາງປີ 2016 ຮອດກາງປີ 2017 ໜ່ວຍງານຕົນສາມາດເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ປອດໄພໄດ້ເພີ່ມຂຶ້ນ 1,6 ເທົ່າຂອງເປົ້າໝາຍ ແລະ ທຳລາຍລະເບີດລູກຫວ່ານດ້ວຍເຄື່ອງຈັກ 697 ໜ່ວຍ ເມື່ອທຽບໃສ່ຄ່າໃຊ້ຈ່າຍຂອງການທຳລາຍລະເບີດດ້ວຍແຮງງານຄົນ, ສາມາດຫລຸດຜ່ອນງົບປະມານລົງປະມານ 35%.
ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງຊຽງຂວາງ ເປີດເຜີຍວ່າ: ການນຳໃຊ້ເຄື່ອງຈັກທຳລາຍລະເບີດລູກຫວ່ານຢູ່ຂວງຊຽງຂວາງ ເປັນໂຄງການທຳອິດໃນໂລກໂດຍແມ່ນອົງການເກັບກູ້ລະເບີດເຈມັດທີ່ໄດ້ຮັບການສະໜັບສະໜູນທຶນຈາກການຮ່ວມມືຈາກອົງການບໍ່ສັງກັດລັດຖະບານ NGO ຂອງລັດຖະບານຍີ່ປຸ່ນ ແລະ ໄດ້ຮັບທຶນຊ່ວຍເຫລືອລ້າທາງດ້ານເຄື່ອງຈັກທຳລາຍລະເບີດລູກຫວ່ານ 9KD ບໍລິສັດໂກມັດຊຶເປັນຜູ້ພັດທະນາຂຶ້ນມາ. ສ່ວນເປົ້າໝາຍໂຄງການໃນຕໍ່ໜ້າແມ່ນຈະເພີ່ມພື້ນທີ່ຕື່ມອີກຢູ່ເມືອງແປກ, ເມືອງຄຳ ແລະ ເມືອງພູກູດ, ພ້ອມທັງມີເປົ້າໝາຍຈະເພີ່ມເຄື່ອງຈັກອີກ 1 ເຄື່ອງ ເພື່ອເພີ່ມຄວາມໄວໃນການກວດກູ້ ແລະ ທໍາລາຍມີປະລິມານຫລາຍຂຶ້ນກວ່າເກົ່າ.
ທ່ານຮອງເຈົ້າແຂວງ, ປະທານຊີ້ນຳວຽກງານເກັບກູ້ລະເບີດແຂວງຊຽງຂວາງ ຊີ້ໃຫ້ເຫັນວ່າ: ສະເພາະລະເບີດທີ່ຕົກໃສ່ດິນແດນຊຽງຂວາງແມ່ນຫລາຍທີ່ສຸດໃນປະເທດເຮົາຈົນຮອດທຸກວັນນີ້ລະເບີດທີ່ຍັງບໍ່ທັນແຕກຍັງຕົກຄ້າງຢູ່ໃນສະຖານທີ່ຕ່າງໆເປັນຈໍານວນຫລວງ ແລະ ເພື່ອເຮັດໃຫ້ລູກລະເບີດທີ່ຕົກຄ້າງຢູ່ພື້ນແຜ່ນດິນລາວ ກໍຄືແຂວງຊຽງຂວາງໝົດໄປເທື່ອລະກ້າວພວກເຮົາຈະໄດ້ອອກແຮງປະຕິບັດໃຫ້ມີປະສິດທິພາບສູງຂຶ້ນ, ດັ່ງການນໍາໃຊ້ເຄື່ອງຈັກທັນສະໄໝດັ່ງກ່າວ.

