ຕຳຫລວດໄທ ຈັບຕົວມືປືນກໍ່ເຫດຄາດຕະກຳຍິງສາວ ສົ່ງໃຫ້ເຈົ້າໜ້າທີ່ລາວ

ສຳນັກຂ່າວ thairath ລາຍງານໃນວັນທີ 16 ທັນວາ 2023 ຜ່ານມານີ້ ວ່າ: ເຈົ້າໜ້າທີ່ໄທ ມອບຕົວ ທ້າວຮຸ່ງ ມືປືນຄາຕະກຳ ຍິງສາວ ຢູ່ແຂວງສະຫວັນນະເຂດ ໃຫ້ທາງການລາວຢູ່ດ່ານກວດຄົນເຂົ້າອອກ-ເມືອງ ຈັງຫວັດມຸກດາຫານ ເພື່ອນຳໄປດຳເນີນຄະດີ ຕາມລະບຽບກົດໝາຍ.
ກ່ອນໜ້ານີ້ 9 ທັນວາ 2023 ເຈົ້າໜ້າທີ່ໄທໄດ້ຮັບການປະສານງານວ່າ ທ້າວຮຸ່ງ ອາຍຸ 58 ປີ ສັນຊາດຫວຽດນາມ ອາຊີບຄ້າຂາຍຢູ່ສະຫວັນນະເຂດໄດ້ກໍ່ເຫດຄະຕະກຳ ແລ້ວເອົາຕົວຫລົບໜີເຂົ້າປະເທດໄທ ຈຶ່ງໄດ້ໃຫ້ຄວາມຮ່ວມມື ແລະ ສາມາດຈັບໄດ້ຢູ່ທີ່ ຈັງຫວັດອຸບົນຣາຊະທານີ ເນື່ອງຈາກຜູ້ກ່ຽວມີຄອບຄົວຢູ່ຈັງຫວັດດັ່ງກ່າວ ເຊິ່ງຜູ້ພາໜີເປັນລູກຂອງເມຍທີ່ເປັນຄົນໄທ.
ຜ່ານການສືບສວນສອບສວນຜູ້ກ່ຽວຍອມຮັບສາລະພາບວ່າ: ໄດ້ຄົບຫາກັບຜູ້ເສຍຊີວິດມາໄດ້ 3 ປີ, ສາເຫດການລົງມືຄາດຕະກຳ ຍ້ອນຄວາມຫຶງຫວງ ຂະນະທີ່ລົງມືໂດຍບໍ່ຮູ້ໂຕ ຍ້ອນຕົນເອງໄດ້ກິນເຫລົ້າມີອາການມຶນເມົາ ແລະ ຊຶມເສົ້າ.
ນອກຈາກນີ້ ເຈົ້າໜ້າທີ່ໄທໄດ້ຕັ້ງຂໍ້ຫາເຂົ້າ-ອອກເມືອງໂດຍຜິດກົດໝາຍຕໍ່ ທ້າວ ຮຸ່ງ ແລະ ຕໍ່ຜູ້ພາໜີໃນຂໍ້ຫາ ໃຫ້ທີ່ພັກອາໄທແກ່ແຮງງານຕ່າງດ້າວ.
ອ້າງອີງຈາກ: https://www.facebook.com/share/v/2xenMJHxS5vxX5bJ/?mibextid=KsPBc6

