ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ

ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ

ເຈົ້າໜ້າທີ່ອົງການອະນາໄມໂລກ (WHO) ກ່າວໃນວັນທີ 10 ມັງກອນວ່າ: ປະເທດຕ່າງໆຄວນແນະນຳໃຫ້ຜູ້ໂດຍສານໃສ່ຜ້າປິດປາກໃນຖ້ຽວບິນໄລຍະໄກ ເນື່ອງຈາກການແພ່ລະບາດຢ່າງວ່ອງໄວຂອງເຊື້ອໂອມິຄຣອນສາຍພັນຍ່ອຍຫລ້າສຸດຂອງໄວຣັສໂຄວິດ-19 ໃນອາເມລິກາ. ເຈົ້າໜ້າທີ່ຂອງ WHO ແລະ ເອີຣົບລະບຸໃນຖະແຫລງຂ່າວວ່າ: ໃນເອີຣົບມີການກວດພົບເຊື້ອສາຍພັນ XBB.1.5 ເຊິ່ງເປັນສາຍພັນຍ່ອຍຂອງໂອມິຄຣອນ ເຖິງວ່າຈະພົບຈໍານວນໜ້ອຍແຕ່ໂຕເລກຜູ້ຕິດເຊື້ອກໍເພີ່ມຂຶ້ນເລື້ອຍໆ. ທ່ານ ນາງ ແຄດເທີຣີນ ສະມໍວູດ…

ປີ 2022 ການສົ່ງອອກຂອງກຳປູເຈຍ ຂະຫຍາຍຕົວ 16,4%

ປີ 2022 ການສົ່ງອອກຂອງກຳປູເຈຍ ຂະຫຍາຍຕົວ 16,4%

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 10 ມັງກອນ ຜ່ານມາ, ກົມພາສີ ແລະ ອາກອນທົ່ວໄປຂອງກຳປູເຈຍໄດ້ເປີດເຜີຍວ່າ ກຳປູເຈຍໄດ້ສົ່ງອອກສິນຄ້າຄິດເປັນມູນຄ່າ 2,24 ໝື່ນລ້ານໂດລາ ໃນປີ 2022 ເພີ່ມຂຶ້ນປະມານ 16,4% ຈາກລະດັບ 1,93 ໝື່ນລ້ານໂດລາ ໃນປີ 2021….

ຍີ່ປຸ່ນກຳຈັດສັດປີກ 10 ລ້ານກວ່າໂຕ ຫລັງໄຂ້ຫວັດສັດປີກລະບາດໜັກ

ຍີ່ປຸ່ນກຳຈັດສັດປີກ 10 ລ້ານກວ່າໂຕ ຫລັງໄຂ້ຫວັດສັດປີກລະບາດໜັກ

ກະຊວງກະສິກໍາ, ປ່າໄມ້ ແລະ ປະມົງຂອງຍີ່ປຸ່ນ ເປີດເຜີຍໃນວັນທີ 10 ມັງກອນວ່າ: ຍີ່ປຸ່ນໄດ້ກໍາຈັດສັດປີກໃນຟາມເກີນ 10 ລ້ານໂຕແລ້ວ ເນື່ອງຈາກໄຂ້ຫວັດສັດປີກຍັງແພ່ລະບາດໄປທົ່ວປະເທດ. ໃນການລະບາດຄັ້ງນີ້ ມີການຂ້າສັດປີກແລ້ວ 10,08 ລ້ານໂຕ ຫລາຍກວ່າສະຖິຕິເກົ່າໃນລະຫວ່າງເດືອນພະຈິກ 2020 ຫາເດືອນມີນາ 2021 ທີ່ຂ້າສັດປີກແລ້ວ…

ເປຣູປະທະເດືອດ ຮຽກຮ້ອງຈັດເລືອກຕັ້ງໃໝ່ທັນທີ ຫລັງອະດີດຜູ້ນຳຖືກປົດ  ເສຍຊີວິດເພີ່ມຢ່າງໜ້ອຍ 13 ຄົນ

ເປຣູປະທະເດືອດ ຮຽກຮ້ອງຈັດເລືອກຕັ້ງໃໝ່ທັນທີ ຫລັງອະດີດຜູ້ນຳຖືກປົດ ເສຍຊີວິດເພີ່ມຢ່າງໜ້ອຍ 13 ຄົນ

ວັນທີ 9 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດປະທະລະຫວ່າງເຈົ້າໜ້າທີ່ດ້ານຄວາມໝັ້ນຄົງກັບປະຊາຊົນຊາວເປຣູຜູ້ສະໜັບສະໜູນທ່ານ ເປໂດຣ ກັສຕິໂຍ ອະດີດປະທານາທິບໍດີເປຣູທີ່ຖືກປົດຈາກຕຳແໜ່ງ ຫລັງພະຍາຍາມຍຸບສະພາ ກ່ອນສະພາຈະລົງມະຕິບໍ່ໄວ້ວາງໃຈຖອດຖອນທ່ານໃຫ້ພົ້ນຈາກຕຳແໜ່ງຜູ້ນໍາປະເທດ ເປັນເຫດໃຫ້ມີຜູ້ເສຍຊີວິດເພີ່ມຢ່າງໜ້ອຍ 13 ຄົນ. ບັນດາກຸ່ມຜູ້ຊຸມນຸມຮຽກຮ້ອງໃຫ້ມີການຈັດການເລືອກຕັ້ງຂຶ້ນໃນທັນທີ ເຖິງວ່າຮອງປະທານາທິບໍດີ ທ່ານ ນາງ ດິນາ ໂບລູອາເຕ ທີ່ຂຶ້ນມາດໍາລົງຕໍາແໜ່ງປະທານາທິບໍດີຄົນໃໝ່ຂອງເປຣູຈະສະໜັບສະໜູນແຜນຈັດການເລືອກຕັ້ງໃຫ້ໄວຂຶ້ນຈາກປີ…

ເບຣຊິນຈັບຜູ້ປະທ້ວງ 1,000 ກວ່າຄົນ ຫລັງກໍ່ເຫດບຸກລັດຖະສະພາ

ເບຣຊິນຈັບຜູ້ປະທ້ວງ 1,000 ກວ່າຄົນ ຫລັງກໍ່ເຫດບຸກລັດຖະສະພາ

ວັນທີ 9 ມັງກອນ, ເຈົ້າໜ້າທີ່ຂອງເບຣຊິນໄດ້ຈັບຜູ້ປະທ້ວງປະມານ 1,000 ພັນ ຫລັງຈາກກໍ່ເຫດບຸກເຂົ້າສູ່ອາຄານລັດຖະສະພາໃນນະຄອນຫລວງເບຣຊິນໃນທ້າຍອາທິດຜ່ານມາ ຂະນະມີລາຍງານວ່າ: ທ່ານ ຢາອີ ໂບລໂຊນາໂຣ ອະດີດປະທານາທິບໍດີຂອງເບຣຊິນ ເຂົ້າຮັບການປິ່ນປົວໃນໂຮງໝໍຢູ່ລັດຟໍຣິດາຂອງອາເມລິກາ. ການເຄື່ອນໄຫວດັ່ງກ່າວມີຂຶ້ນ ຫລັງທ່ານ ລູອິຊ ອິນາຊິໂອ ລູລາ ດາ ຊິລວາ…

ອົດສະຕຣາລີ ນ້ຳຖ້ວມໜັກໃນຮອບ 100 ປີ ທາງການເລັ່ງຊ່ວຍປະຊາຊົນທີ່ຍັງຕົກຄ້າງ

ອົດສະຕຣາລີ ນ້ຳຖ້ວມໜັກໃນຮອບ 100 ປີ ທາງການເລັ່ງຊ່ວຍປະຊາຊົນທີ່ຍັງຕົກຄ້າງ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດນ້ຳຖ້ວມຄັ້ງຮຸນແຮງທີ່ສຸດໃນຮອບ 100 ປີ ທາງພາກເໜືອສຸດຂອງປະເທດອົດສະຕຣາລີ ປະຊາຊົນຫລາຍພັນຄົນຍັງຖືກນ້ຳຖ້ວມ ຕັດຂາດຈາກພື້ນທີ່ນອກເມືອງ ສົ່ງຜົນໃຫ້ທາງການຕ້ອງເລັ່ງສົ່ງ ເຮລິຄອບເຕີ ອົບພະຍົບປະຊາຊົນ ໃນສະຖານະການທີ່ມີຄວາມຫຍຸ້ງຍາກເນື່ອງຈາກຍັງມີຝົນຕົກໜັກຕິດຕໍ່ກັນຕັ້ງແຕ່ອາທິດທີ່ຜ່ານມາ. ລັດຖະມົນຕີການຈັດການພາວະສຸກເສີນທາງສາທາລະນະສຸກ ກ່າວວ່າ: ປະຊາຊົນໃນພື້ນທີ່ກຳລັງປະເຊີນກັບນ້ຳຖ້ວມຄັ້ງໃຫຍ່ທີ່ສຸດໃນປະຫວັດສາດທີ່ເຄີຍມີມາ ບາງພື້ນທີ່ມີນ້ຳຖ້ວມເປັນໄລຍະທາງຍາວກວ່າ 50 ກິໂລແມັດ, ທາງການຄາດວ່າຈະໃຊ້ເວລາຟື້ນຟູຄວາມເສຍຫາຍຫລາຍເດືອນ

ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳມາເລເຊຍ ຖືກຄວບຄຸມຕົວ ຫລັງພົວພັນຮັບສິນບົນ ຖ້ຽວບິນອົບພະຍົບປະຊາຊົນໄລຍະໂຄວິດ

ອະດີດເອກອັກຄະລັດຖະທູດຫວຽດນາມປະຈຳມາເລເຊຍ ຖືກຄວບຄຸມຕົວ ຫລັງພົວພັນຮັບສິນບົນ ຖ້ຽວບິນອົບພະຍົບປະຊາຊົນໄລຍະໂຄວິດ

ສື່ຫວຽດນາມລາຍງານວ່າ: ເຈົ້າໜ້າທີ່ຕໍາຫລວດໄດ້ຄວບຄຸມ ແລະ ດໍາເນີນຄະດີຕໍ່ທ່ານ Tran Viet Thai ອະດີດເອກອັກຄະລັດຖະທູດຫວຽດນາມປະຈໍາມາເລເຊຍ ໃນຂໍ້ຫາໃຊ້ອໍານາດໜ້າທີ່ໃນທາງບໍ່ຖືກຕ້ອງ ຫລັງຈາກທ່ານມີສ່ວນພົວພັນໃນຄະດີຮັບສິນບົນຈາກຖ້ຽວບິນທີ່ລັດຖະບານຈັດເປັນພິເສດ ເພື່ອຊ່ວຍເຫລືອປະຊາຊົນທີ່ຕ້ອງການເດີນທາງກັບປະເທດໃນໄລຍະໂຄວິດລະບາດ. Tran Viet Thai ອາຍຸ 49 ປີ ດໍາລົງຕໍາແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຂອງຫວຽດນາມປະຈຳມາເລເຊຍໃນປີ 2020 ກ່ອນຈະຖືກປົດອອກຈາກຕໍາແໜ່ງທັງໝົດໃນປີ…

ເກີດອຸບັດເຫດລົດເມໂດຍສານປະທະກັນຢ່າງຮຸນແຮງ ເຮັດໃຫ້ຜູ້ໂດຍສານເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ບາດເຈັບເກືອບ 80 ຄົນ

ເກີດອຸບັດເຫດລົດເມໂດຍສານປະທະກັນຢ່າງຮຸນແຮງ ເຮັດໃຫ້ຜູ້ໂດຍສານເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ບາດເຈັບເກືອບ 80 ຄົນ

  ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 8 ມັງກອນ 2023 ວ່າ: ເກີດອຸບັດເຫດລົດເມໂດຍສານ 2 ຄັນ ປະທະກັນຢ່າງຮຸນແຮງຢູ່ເສັ້ນທາງບ້ານນິບີ ແຄວ້ນແຄຟຣິນ ພາກກາງຂອງປະເທດເຊເນກັສ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ບາດເຈັບຢ່າງໜ້ອຍ 78 ຄົນ ໃນຈຳນວນນີ້ມີຫລາຍຄົນອາການບາດເຈັບສາຫັດ…

ອັດຕາເງິນເຟີ້ໃນເດືອນທັນວາ 2022 ຂອງເຂດໃຊ້ເງິນເອີຣົບມີທ່າອ່ຽງຫລຸດລົງ

ອັດຕາເງິນເຟີ້ໃນເດືອນທັນວາ 2022 ຂອງເຂດໃຊ້ເງິນເອີຣົບມີທ່າອ່ຽງຫລຸດລົງ

ອີງຕາມຕົວເລກຂໍ້ມູນສະຖິຕິ ສະຫະພາບເອີຣົບເປີດເຜີຍ ວັນທີ 6 ມັງກອນ 2023 ຜ່ານມານີ້ ວ່າ: ຖ້າຄິດໄລ່ຕາມອັດຕາໃນໝົດປີ, ອັດຕາເງິນເຟີ້ໃນເດືອນທັນວາ 2022 ນີ້ຂອງເຂດໃຊ້ເງິນເອີໂຣແມ່ນ 9,2%, ເມື່ອທຽບໃສ່ອັດຕາເງິນເຟີ້ ຂອງເດືອນພະຈິກ ຢູ່ລະດັບ10,1% ຖືວ່າມີທ່າອ່ຽງຫລຸດລົງ. ສາເຫດຂອງການຫລຸດລົງ ຍ້ອນລາຄາພະລັງງານຫລຸດລົງໃນໄລຍະຜ່ານມາ, ອັດຕາເງິນເຟີ້ໃນເດືອນທັນວາ 2022…