ເກີດເຫດ ດິນເຈື່ອນຢູ່ອິນເດຍ ມີຜູ້ເສຍຊີວິດ-ສູນຫາຍເກືອບ 60 ຄົນ

ເກີດເຫດ ດິນເຈື່ອນຢູ່ອິນເດຍ ມີຜູ້ເສຍຊີວິດ-ສູນຫາຍເກືອບ 60 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນ​ທີ 20 ​ກໍລະກົດ​ 2023, ເກີດເຫດ​ດິນ​ເຈື່ອນ ​ໄຫລ​ລົງ​ທັບ​ເຮືອນ​ປະຊາຊົນ​ແຫ່ງ​ໜຶ່ງ ທາງ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຫລັງ​ຈາກ ​ຝົນຕົກ​ຢ່າງ​ໜັກຫລາຍ​ວັນ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 16 ຄົນ ​ແລະ ມີ​ຜູ້​ສູນຫາຍ​​ ເກືອບ 50​ ຄົນ…

ພົນລະເມືອງຟີລິບປິນ ຢ່າງໜ້ອຍມີ 1.624 ຄົນ  ເປັນພະຍາດລະບົບຫາຍໃຈ  ຍ້ອນພູເຂົາໄຟ

ພົນລະເມືອງຟີລິບປິນ ຢ່າງໜ້ອຍມີ 1.624 ຄົນ ເປັນພະຍາດລະບົບຫາຍໃຈ ຍ້ອນພູເຂົາໄຟ

ກະຊວງສາທາລະນະສຸກຟີລິບປິນລາຍງານ ວັນທີ 17 ກໍລະກົດ 2023 ຜ່ານມາ ວ່າ: ພົນລະເມືອງທີ່ຍົກຍ້າຍຍ້ອນຄວາມຜິດປົກກະຕິຂອງພູເຂົາໄຟມາຢົນ ຢ່າງໜ້ອຍມີ 1.624 ຄົນໄດ້ຖືກບົ່ງມະຕິເປັນພະຍາດລະບົບຫາຍໃຈ, ຈຳນວນຜູ້ເປັນພະຍາດມີທ່າອຽງເພີ່ມຂຶ້ນ, ອາການຕົ້ນຕໍແມ່ນເປັນໄອ,ໄຂ້ ແລະ ເຈັບຄໍ ແຕ່ພາກສ່ວນສາທາລະນະສຸກບໍ່ໄດ້ອະທິບາຍສາເຫດທີ່ພາໃຫ້ເກີດອາການເຫຼົ່ານີ້. ນັບແຕ່ເດືອນມິຖຸນາປີ 2023 ເປັນຕົ້ນມາ, ພູເຂົາໄຟມາຢົນ…

6 ເດືອນຕົ້ນປີ 2023 ສ.ເກົາຫລີ ສົ່ງອອກຍານພາຫະນະສູງສຸດ ທຽບໃສ່ປີຜ່ານມາ

6 ເດືອນຕົ້ນປີ 2023 ສ.ເກົາຫລີ ສົ່ງອອກຍານພາຫະນະສູງສຸດ ທຽບໃສ່ປີຜ່ານມາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ, ກະຊວງການຄ້າ ອຸດສາຫະກຳ ແລະ ພະລັງງານ ຂອງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານ ຈຳນວນການສົ່ງອອກຍານພາຫະນະເພີ່ມຂຶ້ນສູງທີ່ສຸດເປັນປະຫວັດສາດໃນໄລຍະ 6 ເດືອນທຳອິດຂອງປີ 2023 ໂດຍມີປັດໄຈມາຈາກຄວາມຕ້ອງການຍານພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມ. ການສົ່ງອອກຍານພາຫະນະເພີ່ມຈາກປີ 2022…

ແພດເຕືອນ! ຫ້າມໃຊ້ຜ້າເຊັດໂຕ (ຂົນໜູ) ເກີນ 3 ວັນ ເຖິງວ່າມັນຈະສະອາດແຕ່ອັນຕະລາຍກວ່າທີ່ຄິດ ມີເຊື້ອພະຍາດຫລາຍກວ່າ 80 ລ້ານໂຕ

ແພດເຕືອນ! ຫ້າມໃຊ້ຜ້າເຊັດໂຕ (ຂົນໜູ) ເກີນ 3 ວັນ ເຖິງວ່າມັນຈະສະອາດແຕ່ອັນຕະລາຍກວ່າທີ່ຄິດ ມີເຊື້ອພະຍາດຫລາຍກວ່າ 80 ລ້ານໂຕ

ສຳນັກຂ່າວຕ່າງປະເທດລາຍງານວັນທີ 18 ກໍລະກົດ 2023, ທ່ານ ຫວງຊວນ ແພດດູແລຄົນເຈັບປະເທດຈີນລາຍງານວ່າ: ຈຳນວນແບັກທີເຣຍໃນຜ້າເຊັດໂຕ(ຂົນໜູ)ຈະເພີ່ມຂຶ້ນຕາມຄວາມຖີ່ໃນການໃຊ້ງານ ຖ້າຫາກບໍ່ໄດ້ຮັບການທຳຄວາມສະອາດຢ່າງເໝາະສົມ,  ແບັກທີເຣຍທີ່ຕິດນຳຜ້າເຊັດໂຕແມ່ນ: ເຊື້ອລາ E.coli ທີ່ເຮັດໃຫ້ເກີດການຕິດເຊື້ອທາງຜິວໜັງ, ລົມພິດ, ສິວ ແລະ ອາການອື່ນໆ. ການເຊັດໂຕດ້ວຍຜ້າເຊັດບໍ່ສະອາດ ຈະເຮັດໃຫ້ເກີດການຕິດເຊື້ອພະຍາດຕ່າງໆເຊັ່ນ: ພະຍາດທາງເດີນຫາຍໃຈ,…

Twitter ສູນເສຍລາຍໄດ້ໂຄສະນາໄປເກືອບເຄິ່ງ ຫລັງ ອີລອນ ມັສ ຂຶ້ນມາບໍລິຫານ

Twitter ສູນເສຍລາຍໄດ້ໂຄສະນາໄປເກືອບເຄິ່ງ ຫລັງ ອີລອນ ມັສ ຂຶ້ນມາບໍລິຫານ

Twitter ສູນເສຍລາຍໄດ້ຈາກການໂຄສະນາໄປເກືອບເຄິ່ງໜຶ່ງ ນັບແຕ່ບໍລິສັດຖືກ ອີລອນ ມັສ ຊື້ໄປໃນລາຄາ 4,4 ໝື່ນລ້ານໂດລາ ໃນເດືອນຕຸລາຂອງປີຜ່ານມາ. ມັສ ກ່າວວ່າ: ລາຍໄດ້ຂອງບໍລິສັດໃນເດືອນມິຖຸນາບໍ່ໄດ້ເພີ່ມຂຶ້ນແບບທີ່ຄາດຄະເນເອົາໄວ້, ແຕ່ຄວາມຫວັງຍັງເຫລືອຢູ່. ທ່ານກ່າວອີກວ່າ: ລາຍໄດ້ໃນເດືອນກໍລະກົດ “ມີທ່າອ່ຽງດີຂຶ້ນເລັກໜ້ອຍ” ໂດຍມີທ່າອ່ຽງຈະສ້າງລາຍໄດ້ເຖິງ 3 ພັນລ້ານໂດລາ ໃນປີ…

ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມຢູ່ ສ.ເກົາຫລີ ເພີ່ມເປັນ 40 ຄົນແລ້ວ ປະທານາທິບໍດີກ່າວວ່າ ການຮັບມືໄພພິບັດລົ້ມເຫລວ

ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມຢູ່ ສ.ເກົາຫລີ ເພີ່ມເປັນ 40 ຄົນແລ້ວ ປະທານາທິບໍດີກ່າວວ່າ ການຮັບມືໄພພິບັດລົ້ມເຫລວ

ທ່ານ ຢຸນຊອກຢໍ ປະທານາທິບໍດີຂອງ ສ.ເກົາຫລີ ກ່າວຕຳໜິເຖິງຄວາມລົ້ມເຫລວໃນການປະຕິບັດຕາມແຜນຮັບມືໄພພິບັດແຫ່ງຊາດຂອງບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຫລັງປະສົບເຫດນ້ຳຖ້ວມຄັ້ງໃຫຍ່ໃນຫລາຍພື້ນທີ່ທົ່ວປະເທດ ໂດຍສະເພາະຢູ່ແຂວງຊຸງຊອງເໜືອ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 40 ຄົນ. ຂະນະທີ່ຍັງສູນຫາຍອີກ 9 ຄົນ ແລະ ໄດ້ຮັບບາດເຈັບອີກຈຳນວນໜຶ່ງ. ທາງການ ສ.ເກົາຫລີ ຄາດວ່າ: ຈຳນວນຜູ້ເສຍຊີວິດ ແລະ…

ຊາຍໜຸ່ມເຂົ້າໄປລັກເງິນຕູ້ບໍລິຈາກໃນວັດຖືກຈັບໄດ້ ແລະ ອ້າງວ່າພະພຸດທະຮູບເຮັດຮູບມື ‘ໂອເຄໂຍມ’

ຊາຍໜຸ່ມເຂົ້າໄປລັກເງິນຕູ້ບໍລິຈາກໃນວັດຖືກຈັບໄດ້ ແລະ ອ້າງວ່າພະພຸດທະຮູບເຮັດຮູບມື ‘ໂອເຄໂຍມ’

‘ເງິນບໍລິຈາກນີ້ເອົາໄດ້ບໍ່?’- ໂອເຄໂຍມ!!!! . ຂໍ້ອ້າງຂອງຊາຍຄົນຈີນຫລັງຖືກຈັບໄດ້ຈາກການງັດແງະຕູ້ຮັບບໍລິຈາກເງິນຂອງວັດໃນປະເທດຈີນ ເມື່ອຕໍາຫລວດຖາມຊາຍຄົນນີ້ວ່າເປັນຫຍັງຈຶ່ງກະທໍາການແບບນັ້ນລົງໄປ ຊາຍຄົນດັ່ງກ່າວໄດ້ອ້າງວ່າພະພຸດທະຮູບ ເປັນຜູ້ອະນຸຍາດໃຫ້ເຂົາເອົາໄປໄດ້ ເພາະເຮັດມືຮູບ ‘ໂອເຄ’ . ແຫລ່ງຂ່າວຈີນລະບຸວ່າຕໍາຫລວດໃນມົນທົນຈຽງຊີໄດ້ຮັບແຈ້ງວ່າມີຜູ້ຕ້ອງສົງໄສຍ່າງວົນໄປມາໃກ້ກັບກ່ອງຮັບບໍລິຈາກ, ເມື່ອພົບຕົວກໍສອບສວນ ແລະ ໄດ້ຄວາມວ່າ… ຊາຍຄົນນີ້ ຂໍຢືມເງິນ ໃນຕູ້ບໍລິຈາກ ຫລັງຈາກໄດ້ໄຫວ້ຂໍພອນກັບພະພຸດທະຮູບຮຽບຮ້ອຍແລ້ວ ເຖິງຈະມີຫລັກຖານການກະທໍາຜິດຄົບຖ້ວນ ແຕ່ສິ່ງທີ່ເຮັດໃຫ້ຕໍາຫລວດເຈັບເສັ້ນແມ່ນການທີ່ຊາຍຄົນນີ້ບອກວ່າ…

ໄຂ້ເລືອດອອກລະບາດໜັກຢູ່ບັງກະລາເທດ ເຄິ່ງເດືອນມີຜູ້ຕິດເຊື້ອຫລາຍກວ່າ 11.000 ຄົນ

ໄຂ້ເລືອດອອກລະບາດໜັກຢູ່ບັງກະລາເທດ ເຄິ່ງເດືອນມີຜູ້ຕິດເຊື້ອຫລາຍກວ່າ 11.000 ຄົນ

ກະຊວງສາທາລະນະສຸກບັງກະລາເທດ ລາຍງານວ່າ: ສະເພາະໄລຍະເຄິ່ງທຳອິດຂອງເດືອນກໍລະກົດ ມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກເຂົ້າຮັບການປິ່ນປົວຢູ່ໂຮງໝໍທົ່ວປະເທດຫລາຍກວ່າ 11.000 ຄົນ. ວັນທີ 17 ກໍລະກົດ 2023, ສຳນັກຂ່າວຊິນຮົວລາຍງານວ່າ: ຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກຢູ່ບັງກະລາເທດເພີ່ມເປັນສະຖິຕິສູງສຸດ ນັບແຕ່ເດືອນມັງກອນປີນີ້ ໃນວັນທີ 15 ກໍລະກົດຜ່ານມາ ໂດຍມີລາຍງານຜູ້ຕິດເຊື້ອໃໝ່ 1.623 ຄົນ ແລະ…

ຈີນ-ຫວຽດນາມ ກຽມພ້ອມຮັບມື ຄວາມຮຸນແຮງພາຍຸ “ຕາລິມ”

ຈີນ-ຫວຽດນາມ ກຽມພ້ອມຮັບມື ຄວາມຮຸນແຮງພາຍຸ “ຕາລິມ”

ຈີນ ແລະ ຫວຽດນາມ ກຽມຄວາມພ້ອມ ເຊິ່ງລວມທັງການອົບພະຍົບປະຊາຊົນ, ໂຈະບໍລິການແລ່ນເຮືອ ແລະ ຖ້ຽວບິນໂດຍສານ ກ່ອນການພັດຜ່ານຂອງພາຍຸ “ຕາລິມ”. ວັນທີ 17 ກໍລະກົດ 2023, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຈີນ (CMA) ອອກຖະແຫລງການວ່າ: ມົນທົນໄຫ່ໜານ ຫລື…

ອີຣານເດີນໜ້າປະທ້ວງໃຫຍ່ ຕໍ່ຕ້ານແຜນປະຕິຮູບຕຸລາການຂອງລັດຖະບານ ຢ້ານທຳລາຍປະຊາທິປະໄຕ

ອີຣານເດີນໜ້າປະທ້ວງໃຫຍ່ ຕໍ່ຕ້ານແຜນປະຕິຮູບຕຸລາການຂອງລັດຖະບານ ຢ້ານທຳລາຍປະຊາທິປະໄຕ

ຊາວອິດສະລາແອນນັບແສນຄົນອອກມາຊຸມນຸມປະທ້ວງໃຫຍ່ຕໍ່ເນື່ອງໃນເມືອງເທລອາວີບ ແລະ ອີກຫລາຍເມືອງສຳຄັນທົ່ວປະເທດ ເພື່ອສະແດງຈຸດຢືນຕໍ່ຕ້ານແຜນປະຕິຮູບລະບົບຕຸລາການຂອງລັດຖະບານນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ທີ່ຕ້ອງການຈຳກັດອຳນາດຂອງສານສູງສຸດ ໂດຍຫລາຍຝ່າຍຢ້ານວ່າແຜນປະຕິຮູບນີ້ຈະທຳລາຍລະບອບປະຊາທິປະໄຕຂອງອິດສະລາແອນ. ຖືເປັນການຊຸມນຸມປະທ້ວງທີ່ຈັດຂຶ້ນຢ່າງຕໍ່ເນື່ອງເປັນອາທິດທີ 28 ແລ້ວ ນັບແຕ່ລັດຖະບານອິດສະລາແອນເປີດເຜີຍວ່າ: ຈະຊຸກດັນຮ່າງກົດໝາຍສະບັບນີ້ ເພື່ອຍົກອຳນາດສານພາຍໃນປະເທດນີ້ໃໝ່ ໂດຍຈະໃຫ້ສິດລັດຖະສະພາເປັນຜູ້ແຕ່ງຕັ້ງຜູ້ພິພາກສາສານສູງສຸດ ລວມທັງສາມາດລົງມະຕິຄັດຄ້ານຄຳຕັດສິນຂອງສານສູງສຸດໄດ້ ຖ້າມີຄະແນນສຽງເຖິງເກນຕາມຮ່າງກົດໝາຍສະບັບໃໝ່ກຳນົດໄວ້. ໂດຍຮ່າງແຜນປະຕິຮູບລະບົບຕຸລາການອິດສະລາແອນສະບັບນີ້ຍັງຈຳເປັນຕ້ອງໄດ້ຮັບມະຕິເຫັນພ້ອມຈາກລັດຖະສະພາ 2 ຄັ້ງ…