ຜູ້ນຳເວເນຊູເອລາປະນາມການຖິ້ມລະເບີດ ໂຈມຕີສານສູງສຸດເປັນກໍ່ການຮ້າຍ
ປະທານາທິບໍດີ ເວເນຊູເອລາ ປະນາມເຫດການເຮລິກົບແຕຖິ້ມລະເບີດໂຈມຕີສານປະຊາຊົນສູງສຸດວ່າເປັນການກໍ່ການຮ້າຍ ເພື່ອພະຍາຍາມໂຄ່ນລົ້ມອຳນາດລັດຖະບານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກາຣາກັດ ປະເທດເວເນຊູເອລາ ໃນວັນທີ 28 ມິຖຸນານີ້ວ່າ: ປະທານາທິບໍດີ ນິໂກລັດ ມາດູໂຣ ຖະແຫລງໃນວັນທີ 28 ມິຖຸນານີ້ ປະນາມເຫດການເຮລິກົບແຕຂອງສຳນັກງານຕຳຫລວດແຫ່ງຊາດ ເຊິ່ງຖືກລັກມາ ແລະ ມີການລະດົມຍິງລູກປືນ ອີກທັງຖິ້ມລະເບີດຢ່າງໜ້ອຍ 2 ລູກ ໂຈມຕີອາຄານສານສູງສຸດຢູ່ນະຄອນຫລວງກາຣາກັດ ຈົນໄດ້ຮັບຄວາມເສຍຫາຍວ່າເປັນການກໍ່ການຮ້າຍທີ່ມີຈຸດປະສົງເພື່ອໂຄ່ນລົ້ມອຳນາດຂອງທ່ານ. ທັງນີ້ ທ່ານ ມາດູໂຣ ກ່າວອີກວ່າ: ໂຊກດີລະເບີດລູກໜຶ່ງບໍ່ເຮັດວຽກ ບໍ່ສະນັ້ນອາດເກີດຄວາມເສຍຫາຍເປັນວົງກວ້າງຕໍ່ຊີວິດ ແລະ ຊັບສິນ.
ຂະນະດຽວກັນ ມີການເຜີຍແຜ່ວີດີໂອຢູ່ອິນສະຕາແກຣມ ໂດຍຕຳຫລວດຄົນໜຶ່ງທີ່ເປີດເຜີຍວ່າຊື່ ອອດສະກາ ເປເຣ ອ່ານຖະແຫລງການປະນາມທ່ານ ມາດູໂຣ ເປັນຄົນທໍລະຍົດ ແລະ ເປັນລັດຖະບານອາດຊະຍາກອນ.
ສະຖານະການທີ່ເກີດຂຶ້ນຍິ່ງເພີ່ມບັນຍາກາດເຄັ່ງຕຶງໃຫ້ແກ່ສະຖານະການການເມືອງ ແລະ ເສດຖະກິດພາຍໃນເວເນຊູເອລາ ເຊິ່ງມີການປະທ້ວງຂັບໄລ່ລັດຖະບານຍືດເຍື້ອມາແຕ່ວັນທີ 1 ເມສາຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 70 ຄົນ, ສ່ວນທ່ານ ມາດູໂຣ ແລະ ລັດຖະມົນຕີຫລາຍທ່ານປະນາມວ່າ: ເປັນຄວາມພະຍາຍາມກໍ່ລັດຖະປະຫານໂດຍທຳນຽບຂາວ ແລະ ສຳນັກຂ່າວກາງ (CIA) ແລະ ໃນວັນທີ 26 ມິຖຸນາ, ເຈົ້າໜ້າທີ່ຂອງເວເນຊູເອລາຈັບ ແລະ ດຳເນີນຄະດີກັບຜູ້ຖືກສົງໄສ 5 ຄົນ ສະຖານສົມຮູ້ຮ່ວມຄິດວາງແຜນກໍ່ລັດຖະປະຫານ.

