ນ້ຳຖ້ວມ ສ.ເກົາຫລີ ຍັງວິກິດ ມີຜູ້ເສຍຊີວິດເພີ່ມເປັນ 37 ຄົນ
ສະຖານະການນ້ຳຖ້ວມ ແລະ ດິນເຈື່ອນໃນຫລາຍພື້ນທີ່ຂອງ ສ.ເກົາຫລີ ໂດຍສະເພາະຢູ່ເມືອງຊອງຈູ ແຂວງຊຸງຊອງເໜືອ ຍັງວິກິດ ຫລັງພາຍຸຝົນຕົກຢ່າງຕໍ່ເນື່ອງໃນຫລາຍວັນຜ່ານມາ ເຮັດໃຫ້ລະດັບນ້ຳຖ້ວມສູງຂຶ້ນຢ່າງວ່ອງໄວ, ເສັ້ນທາງການສັນຈອນບາງແຫ່ງຖືກຕັດຂາດ. ໂດຍບໍລິເວນອຸໂມງໃຕ້ດິນໂອຊົງຢູ່ແຂວງຊຸງຊອງເໜືອເປັນໜຶ່ງໃນພື້ນທີ່ທີ່ປະສົບເຫດຮຸນແຮງທີ່ສຸດ ລະດັບນ້ຳທີ່ຖ້ວມສູງຂຶ້ນກະທັນຫັນເຮັດໃຫ້ຍານພາຫະນະທີ່ຢູ່ພາຍໃນອຸໂມງຈົມໃຕ້ນ້ຳ ມີລົດໂດຍສານປະຈຳທາງໄຟຟ້າຄັນໜຶ່ງເປ່ເພເສຍຫາຍເນື່ອງຈາກລະບົບການເຮັດວຽກຂັດຂ້ອງ ເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພນຳສົບຜູ້ເສຍຊີວິດອອກມາຈາກອຸໂມງດັ່ງກ່າວໄດ້ແລ້ວ 9 ຄົນ. ທາງການແຂວງຊຸງຊອງເໜືອລະບຸວ່າ: ມີຜູ້ເສຍຊີວິດຈາກວິກິດນ້ຳຖ້ວມໃນຄັ້ງນີ້ແລ້ວຢ່າງໜ້ອຍ 37 ຄົນ,…









