ຊາຍໜຸ່ມເຂົ້າໄປລັກເງິນຕູ້ບໍລິຈາກໃນວັດຖືກຈັບໄດ້ ແລະ ອ້າງວ່າພະພຸດທະຮູບເຮັດຮູບມື ‘ໂອເຄໂຍມ’

‘ເງິນບໍລິຈາກນີ້ເອົາໄດ້ບໍ່?’- ໂອເຄໂຍມ!!!!

.

ຂໍ້ອ້າງຂອງຊາຍຄົນຈີນຫລັງຖືກຈັບໄດ້ຈາກການງັດແງະຕູ້ຮັບບໍລິຈາກເງິນຂອງວັດໃນປະເທດຈີນ

ເມື່ອຕໍາຫລວດຖາມຊາຍຄົນນີ້ວ່າເປັນຫຍັງຈຶ່ງກະທໍາການແບບນັ້ນລົງໄປ ຊາຍຄົນດັ່ງກ່າວໄດ້ອ້າງວ່າພະພຸດທະຮູບ ເປັນຜູ້ອະນຸຍາດໃຫ້ເຂົາເອົາໄປໄດ້ ເພາະເຮັດມືຮູບ ‘ໂອເຄ’

.

ແຫລ່ງຂ່າວຈີນລະບຸວ່າຕໍາຫລວດໃນມົນທົນຈຽງຊີໄດ້ຮັບແຈ້ງວ່າມີຜູ້ຕ້ອງສົງໄສຍ່າງວົນໄປມາໃກ້ກັບກ່ອງຮັບບໍລິຈາກ, ເມື່ອພົບຕົວກໍສອບສວນ ແລະ ໄດ້ຄວາມວ່າ… ຊາຍຄົນນີ້ ຂໍຢືມເງິນ ໃນຕູ້ບໍລິຈາກ ຫລັງຈາກໄດ້ໄຫວ້ຂໍພອນກັບພະພຸດທະຮູບຮຽບຮ້ອຍແລ້ວ

ເຖິງຈະມີຫລັກຖານການກະທໍາຜິດຄົບຖ້ວນ ແຕ່ສິ່ງທີ່ເຮັດໃຫ້ຕໍາຫລວດເຈັບເສັ້ນແມ່ນການທີ່ຊາຍຄົນນີ້ບອກວ່າ “ພະພຸດທະຮູບເຮັດມືບອກວ່າ ໂອເຄໂຍມ ໃຫ້ຢືມໄດ້ ແລ້ວຈຶ່ງເອົາມາຄືນເດີ້…”, ນີ້ບໍ່ແມ່ນຄັ້ງທໍາອິດທີ່ຊາຍຄົນນີ້ເຮັດ

.

ສົງໄສຊາຍຄົນນີ້ມີຍານທິບທີ່ສາມາດສື່ສານກັບພະພຸດທະຮູບໄດ້

 

ຂ່າວຈາກ

 

#ລັກເງິນຕູ້ບໍລິຈາກ #ຂ່າວຕ່າງປະເທດ #ບັນເທີງລາວພັດທະນາ