ເກຣັກ ເລັ່ງຍົກຍ້າຍ ປະຊາຊົນ 30.000 ກວ່າຄົນ ອອກຈາກເຂດໄຟໄໝ້ປ່າ

ເກຣັກ ເລັ່ງຍົກຍ້າຍ ປະຊາຊົນ 30.000 ກວ່າຄົນ ອອກຈາກເຂດໄຟໄໝ້ປ່າ

ສຳນັກ​ຂ່າວຕ່າງປະເທດລາຍງາຍ, ວັນ​ທີ 23 ​ກໍລະກົດ ​2023 ຜ່ານມາ, ​ເກຣັກ ​ເລັ່ງຍົກຍ້າຍປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວຫລາຍ​ກວ່າ 30.000 ຄົນ ອອກ​ຈາກ​ ​ເຂດພື້ນ​ທີ່​ໄຟ​​ໄໝ້ປ່າ ​ເທິງ​ເກາະທາງ​ພາກ​ໃຕ້​ ຂອງ​ປະ​ເທດ ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ຄື້ນຄວາມ​ຮ້ອນ​ຮຸນ​ແຮງ ປົກ​ຄຸມ​ທົ່ວ​ປະ​ເທດ​. ຈາກ​ຈຳນວນຜູ້​ຍົກຍ້າຍດັ່ງກ່າວໃນ​ນັ້ນເປັນ​ການ​ຍົກຍ້າຍ​ທາງ​ເຮືອ…

ຊາຍຊາວອາເມລິກາ ຕ້ອງຕັດແຂນຂາ ປິ່ນປົວຈາກອາການຕິດເຊື້ອແບັກທີເຣຍຈາກໝັດ

ຊາຍຊາວອາເມລິກາ ຕ້ອງຕັດແຂນຂາ ປິ່ນປົວຈາກອາການຕິດເຊື້ອແບັກທີເຣຍຈາກໝັດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 22 ກໍລະກົດ 2023 ຜ່ານມາມີຊາຍຊາວອາເມລິກາ ອາຍຸ 33 ປີ ອາຊີບຊ່າງບຳລຸງ ແລະ ລ້ຽງສັດ ຂອງສະຫະລັດອາເມລິກາ ໄປຢ້ຽມຢາມແມ່ ທີ່ຊານອັນໂຕນິໂອ ຕໍ່ມາເກີດອາການຮູ້ສຶກບໍ່ສະບາຍ ຄ້າຍໄຂ້ຫວັດໃຫຍ່ ແລະ ມີບັນຫາກ່ຽວກັບລະບົບທາງເດີນອາຫານ ແລະ…

ເຮືອເຟີຣີຂວ້ຳນອກຝັ່ງອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວ 15 ຄົນ ສູນຫາຍ 19 ຄົນ

ເຮືອເຟີຣີຂວ້ຳນອກຝັ່ງອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວ 15 ຄົນ ສູນຫາຍ 19 ຄົນ

ສຳນັກງານຄົ້ນຫາ ແລະ ກູ້ໄພແຫ່ງຊາດຂອງອິນໂດເນເຊຍລາຍງານວ່າ: ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 15 ຄົນ ຈາກເຫດການເຮືອເຟີຣີ ຫລື ເຮືອໂດຍສານຂ້າມຟາກພ້ອມຜູ້ໂດຍສານ 40 ຄົນຂວ້ຳຢູ່ບໍລິເວນນອກຝັ່ງເກາະຊູລາເວຊີ ໂດຍເຈົ້າໜ້າທີ່ຍັງພະຍາຍາມຄົ້ນຫາຜູ້ສູນຫາຍອີກ 19 ຄົນ, ຂະນະທີ່ມີຜູ້ລອດຊີວິດ 6 ຄົນ. ເຫດການເຮືອຂວ້ຳດັ່ງກ່າວເກີດຂຶ້ນປະມານທ່ຽງຄືນຜ່ານມາຕາມເວລາທ້ອງຖິ່ນ ໂດຍສາເຫດຍັງບໍ່ແນ່ນອນ ເຊິ່ງລະຫວ່າງເກີດເຫດເຮືອກຳລັງພາຜູ້ໂດຍສານທັງໝົດເດີນທາງຂ້າມອ່າວໃນເກາະມູນາ…

ພັກຂອງທ່ານ ຮຸນເຊນ ປະກາດຊະນະເລືອກຕັ້ງແບບແລນສະໄລ

ພັກຂອງທ່ານ ຮຸນເຊນ ປະກາດຊະນະເລືອກຕັ້ງແບບແລນສະໄລ

ພັກແຄມໂບດຽນພີເພິລ (Cambodian People’s Party: CPP) ຂອງນາຍົກລັດຖະມົນຕີ ຮຸນເຊນ ແຫ່ງກໍາປູເຈຍ ປະກາດຄວ້າໄຊຊະນະແບບແລນສະໄລໃນການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນວັນທີ 23 ກໍລະກົດ ປູທາງສູ່ການຖ່າຍໂອນອຳນາດໃຫ້ທ່ານ ຮຸນ ມາເນດ ລູກຊາຍ ເຊິ່ງສາມາດຄວ້າຕຳແໜ່ງ ສສ ຈາກການເລືອກຕັ້ງຄັ້ງນີ້ໄດ້ເຊັ່ນກັນ. ຫລັງຈາກປິດຫີບໄປໄດ້ຫລາຍຊົ່ວໂມງ, ໂຄສົກພັກ…

ຫວຽດນາມ ກຽມຊື້ຖ່ານຫີນ ຈາກ ສປປ ລາວ 20 ລ້ານໂຕນຕໍ່ປີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ

ຫວຽດນາມ ກຽມຊື້ຖ່ານຫີນ ຈາກ ສປປ ລາວ 20 ລ້ານໂຕນຕໍ່ປີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ

  ອີງຕາມໜັງສືພິມວຽງຈັນທາມ ລາຍງານວັນທີ 24 ກໍລະກົດ 2023 ນີ້ວ່າ: ສສ.ຫວຽດນາມ ກຽມນໍາເຂົ້າຖ່ານຫີນຈໍານວນ 20 ລ້ານໂຕນ ແຕ່ລະປີ ຈາກ ສປປ ລາວ ໃນໄລຍະເວລາ 5 ປີ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ…

“ອຳສະເຕີດຳ” ປະເທດເນເທີແລນ ປິດຮັບເຮືອສຳລານ ຈຳກັດນັກທ່ອງທ່ຽວ ແລະ ຫລຸດຜ່ອນມົນລະພິດ

“ອຳສະເຕີດຳ” ປະເທດເນເທີແລນ ປິດຮັບເຮືອສຳລານ ຈຳກັດນັກທ່ອງທ່ຽວ ແລະ ຫລຸດຜ່ອນມົນລະພິດ

ສະພາທ້ອງຖິ່ນກຸງອຳສະເຕີດຳຂອງປະເທດເນເທີແລນ ສັ່ງຫ້າມເຮືອສຳລານເຂົ້າເມືອງ ເພື່ອຈຳກັດຈຳນວນນັກທ່ອງທ່ຽວ ແລະ ຄວບຄຸມມົນລະພິດ. ການເຄື່ອນໄຫວດັ່ງກ່າວສົ່ງຜົນໃຫ້ທ່າເຮືອສຳລານກາງ ຢູ່ແມ່ນ້ຳໄອເຈ (River IJ) ໃກ້ກັບສະຖານີລົດໄຟຫລັກໃນກຸງອຳສະເຕີດຳຂອງເນເທີແລນ ຈະຕ້ອງປິດການໃຫ້ບໍລິການ, ຖືເປັນມາດຕະການຫລ້າສຸດໃນການຫລຸດຈຳນວນນັກທ່ອງທ່ຽວໃນເມືອງ ແລະ ຫລຸດມົນລະພິດ. ດ້ານນັກການເມືອງເນເທີແລນລະບຸວ່າ: ເຮືອສຳລານເຫລົ່ານີ້ບໍ່ສອດຄ່ອງກັບແນວທາງຄວາມຍືນຍົງຂອງເມືອງ ແລະ ບໍ່ສອດຄ່ອງກັບແຜນການສ້າວຂົວໃໝ່ເຊື່ອມຈອດລະຫວ່າງຍ່ານປະຫວັດສາດທາງພາກໃຕ້ຂອງເມືອງ ແລະ ເຂດນອດ…

ລາວ-ຫວຽດນາມ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ໃນຂົງເຂດສາທາລະນະສຸກ

  ວັນທີ 21 ກໍລະກົດ 2023 ທ່ານ ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄເຂົ້າຢ້ຽມຢາມ ແລະ ລາຍງານຈຸດປະສົງທີ່ມາເຮັດວຽກຢູ່ ຫວຽດນາມ ຕໍ່ ທ່ານ ຟ້າມ ມິງ ຈິ້ງ ນາຍົກລັດຖະມົນຕີ…

ດິນເຈື່ອນທັບເຮືອນປະຊາຊົນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 16 ຄົນ

ດິນເຈື່ອນທັບເຮືອນປະຊາຊົນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 16 ຄົນ

ທາງການອິນເດຍລາຍງານວ່າ: ພົບຜູ້ເສຍຊີວິດແລ້ວ 16 ຄົນ ຈາກເຫດດິນເຈື່ອນທັບເຮືອນປະຊາຊົນຢູ່ບ້ານອິຣຊໍວາດີ (Irshalwadi) ໃນລັດມະຫາຣາດຣະ ທາງຕາເວັນຕົກ ໃນຄືນວັນທີ 19 ກໍລະກົດ ສົ່ງຜົນໃຫ້ເຮືອນຫລາຍຫລັງເປ່ເພເສຍຫາຍ ແລະ ຄາດວ່າອາດມີປະຊາຊົນຕົກຄ້າງຢູ່ໃຕ້ຊາກດິນອີກຫລາຍສິບຄົນ. ໂດຍປະຕິບັດການຄົ້ນຫາ ແລະ ຊ່ວຍເຫລືອເປັນໄປຢ່າງຍາກລຳບາກ ທ່າມກາງສະພາບອາກາດບໍ່ຄ່ອຍດີ ເຊິ່ງໃນວັນທີ 20…

ຜູ້ຍິງຢູ່ອັບການິດສະຖານລວມຕົວກັນປະທ້ວງ ຫລັງຕາລີບັນຫ້າມເປີດຮ້ານເສີມຄວາມງາມ

ຜູ້ຍິງຢູ່ອັບການິດສະຖານລວມຕົວກັນປະທ້ວງ ຫລັງຕາລີບັນຫ້າມເປີດຮ້ານເສີມຄວາມງາມ

ວັນທີ 19 ກໍລະກົດຜ່ານມາ, ຜູ້ຍິງຊາວອັບການິດສະຖານຫລາຍຄົນໄດ້ອອກມາລວມຕົວກັນປະທ້ວງຢູ່ນະຄອນຫລວງຄາບູນ ເພື່ອສະແດງຈຸດຢືນຕໍ່ຕ້ານຄຳສັ່ງຫ້າມເປີດຮ້ານເສີມຄວາມງາມຂອງລັດຖະບານຕາລີບັນ. ຂະນະທີ່ສະຖານະການເປັນໄປດ້ວຍຄວາມເຄັ່ງຕຶງ ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຍິງປືນຂຶ້ນຟ້າ ແລະ ສີດນ້ຳເພື່ອພະຍາຍາມສະຫລາຍການຊຸມນຸມ. ຢ້ອນກັບໄປໃນເດືອນສິງຫາ ປີ 2021 ຫລັງຕາລີບັນໄດ້ກັບມາຄອງອຳນາດຢູ່ອັບການິດສະຖານອີກເທື່ອໜຶ່ງ, ພວກເຂົາໄດ້ເລີ່ມມີຄຳສັ່ງກີດກັນຜູ້ຍິງບໍ່ໃຫ້ເຂົ້າສຶກສາໃນໂຮງຮຽນມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລ. ອີກທັງຍັງສັ່ງຫ້າມບໍ່ໃຫ້ຜູ້ຍິງເຂົ້າໃຊ້ບໍລິການໃນສະຖານທີ່ສາທາລະນະຕ່າງໆເຊັ່ນ: ສວນສາທາລະນະ, ສວນເຄື່ອງຫລິ້ນ ແລະ…

ຟີລິບປິນ ຮອງຮັບນັກທ່ອງທ່ຽວຕ່າງປະເທດກວ່າ 3 ລ້ານເທື່ອຄົນ ເຊິ່ງສະແດງເຖິງການຟື້ນຕົວທີ່ເຂັ້ມແຂງຢ່າງຕໍ່ເນື່ອງ ຂອງຂະແໜງການທ່ອງທ່ຽວ

ຟີລິບປິນ ຮອງຮັບນັກທ່ອງທ່ຽວຕ່າງປະເທດກວ່າ 3 ລ້ານເທື່ອຄົນ ເຊິ່ງສະແດງເຖິງການຟື້ນຕົວທີ່ເຂັ້ມແຂງຢ່າງຕໍ່ເນື່ອງ ຂອງຂະແໜງການທ່ອງທ່ຽວ

ສຳນັກຂ່າວຊິນຮວາລາຍງານວັນທີ 20 ກໍລະກົດ 2023 ກົມການທ່ອງທ່ຽວ ຂອງຟີລິບປິນ ໄດ້ລາຍງານ ຈຳນວນນັກທ່ອງທ່ຽວ ຕ່າງປະເທດ ເດີນທາງມາຢ້ຽມຢາມ ຟີລິບປິນ ບັນລຸຫລາຍກວ່າ 3 ລ້ານເທື່ອຄົນ ໃນໄລຍະ 6 ເດືອນຕົ້ນປີນີ້ (ເດືອນມັງກອນ-ເດືອນມິຖຸນາ). ທ່ານ ຄຣິສຕິນາ…