ເກີດເຫດ ດິນເຈື່ອນຢູ່ອິນເດຍ ມີຜູ້ເສຍຊີວິດ-ສູນຫາຍເກືອບ 60 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນ​ທີ 20 ​ກໍລະກົດ​ 2023, ເກີດເຫດ​ດິນ​ເຈື່ອນ ​ໄຫລ​ລົງ​ທັບ​ເຮືອນ​ປະຊາຊົນ​ແຫ່ງ​ໜຶ່ງ ທາງ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຫລັງ​ຈາກ ​ຝົນຕົກ​ຢ່າງ​ໜັກຫລາຍ​ວັນ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 16 ຄົນ ​ແລະ ມີ​ຜູ້​ສູນຫາຍ​​ ເກືອບ 50​ ຄົນ ​ເນື່ອງ​ຈາກ​ ເປັນ​ເຂດ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ ຫລາຍ​ກວ່າ 200 ​ຄົນ. ຂະນະ​ນີ້ ປະຊາຊົນ ​ໄດ້​ຮັບການ​ຊ່ວຍ​ເຫລືອ 70 ຄົນແລ້ວ ​ໃນ​ນີ້ 21 ​ຄົນ ບາດ​ເຈັບ​ໜັກ. ປັດຈຸບັນ ​ເຈົ້າໜ້າ​ທີ່​ກູ້​ໄພ ພວມ​ເຮັດ​ວຽກ​ຜ່ານ​ສາຍ​ຝົນ​ ໃນ​ເຂດ​ບ້ານ ​ຫ່າງ​ໄກ ສອກຫລີກ ​ເທິງ​​ເນີນພູ ທີ່​ມີ​ປ່າ​ໄມ້​ ຢ່າງ​ໜາ​ແໜ້ນ ​ແລະ  ປະຊາຊົນ ພວມ​ຊ່ວຍ​ກັນ​ ຂຸດ​ດິນອອກ ຕາມ​ຊາກ​ຫັກ​ພັງ ​ເພື່ອ​ຊອກ​ຫາ​ຜູ້​ລອດ​ຊີວິດ ຢ່າງ​ຮີບ​ດ່ວນ.