ທ່າເຮືອໃຫຍ່ທີ່ສຸດຂອງອິນເດຍ ເປັນໜຶ່ງໃນເຫຍື່ອໂຈມຕີໄຊເບີທົ່ວໂລກ

ມຸມໄບ 28 ມິຖຸນາ: ລັດຖະບານອິນເດຍແຈ້ງວ່າ: ທ່າເຮືອຂົນສົ່ງສິນຄ້າໃຫຍ່ທີ່ສຸດຂອງປະເທດຕົກເປັນໜຶ່ງໃນເຫຍື່ອໂຈມຕີໂລກອິນເຕີເນັດທີ່ເກີດຂຶ້ນທົ່ວໂລກຫລ້າສຸດ.
+ ມັນລາແວເອີ້ນຄ່າໄຖ່ອອກໂຈມຕີໃນຫລາຍປະເທດອີກ
ກະຊວງຂົນສົ່ງທາງເຮືອອິນເດຍຖະແຫລງໃນວັນທີ 28 ມິຖຸນານີ້ ໄດ້ຮັບການຢືນຢັນຈາກເມີກ ບໍລິສັດໂລຈິຕິກຍັກໃຫຍ່ຂອງໂຮນລັງທີ່ບໍລິຫານທ່າເຮືອແຫ່ງໜຶ່ງໃນທ່າເຮືອເຍົາວະຣາວ ເນຣູ ເຊິ່ງເປັນທ່າເຮືອຂົນສົ່ງສິນຄ້າໃຫຍ່ທີ່ສຸດຂອງປະເທດໃນນະຄອນມຸມໄບວ່າ: ການເຮັດວຽກຖືກກະທົບ ອັນເປັນຜົນຈາກການໂຈມຕີໂລກອິນເຕີເນັດທີ່ເກີດຂຶ້ນທົ່ວໂລກ, ທາງບໍລິສັດກຳລັງດຳເນີນການແກ້ໄຂຢູ່ ຄາດວ່າອາດເຮັດໃຫ້ເຮືອສິນຄ້າຂາເຂົ້າ ແລະ ຂາອອກເກີດການກະຈຸກຕົວໄດ້, ສ່ວນເມີກທະວິດກ່ອນໜ້ານີ້ວ່າ: ການໂຈມຕີໂລກອິນເຕີເນັດກະທົບຕໍ່ໜ່ວຍງານທຸລະກິດຫລາຍແຫ່ງໃນຫລາຍສະຖານທີ່, ແຕ່ບໍ່ໄດ້ລະບຸຈະແຈ້ງ.
ການໂຈມຕີໂລກອິນເຕີເນັດຫລ້າສຸດເລີ່ມຂຶ້ນຢູ່ທະນາຄານ ແລະ ທ່າເຮືອຢູ່ອູແກຣນ, ບໍລິສັດພະລັງງານຂອງລັດຖະບານຣັດເຊຍ ໃນວັນທີ 27 ມິຖຸນາ ກ່ອນລະບາດໄປລະບົບຄອມພິວເຕີຂອງພາກລັດ ແລະ ເອກະຊົນຢູ່ເອີຣົບຕາເວັນຕົກ ແລະ ຂ້າມໄປອາເມລິກາ, ບໍລິສັດຂ້າມຊາດຫລາຍແຫ່ງແຈ້ງວ່າຕົກເປັນເຫຍື່ອ. ຜູ້ຊ່ຽວຊານດ້ານໄອທີບາງທ່ານລະບຸວ່າ: ມັນລາແວນີ້ຊື່ Petrwrap ດັດແປງມາຈາກມັນລາແວ Petya ທີ່ລະບາດໃນປີກ່ອນ ແລະ ເອີ້ນຄ່າໄຖ່ແລກກັບການຄືນຂໍ້ມູນເຫຍື່ອ, ແຕ່ແຄສເປີສະກີ ບໍລິສັດຄວາມປອດໄພຄອມພິວເຕີລາຍໃຫຍ່ເຊື່ອວ່າ: ເປັນມັນລາແວແບບໃໝ່ທີ່ບໍ່ເຄີຍພົບມາກ່ອນ.

