ຟີລິບປິນກຽມອອກກົດໝາຍ ໃຫ້ຕັ້ງໃຈຮ້ອງເພງຊາດ
ສະພາຕໍ່າຟີລິບປິນຜ່ານຮ່າງກົດໝາຍສະບັບປັບປຸງແກ້ໄຂ ວ່າດ້ວຍທຸງຊາດ ແລະ ສັນຍາລັກທີ່ຄວນເຄົາລົບ ໂດຍໜຶ່ງໃນບົດບັນຍັດຂອງຮ່າງກົດໝາຍດັ່ງກ່າວ ລະບຸໃຫ້ພົນລະເມືອງທຸກຄົນຕ້ອງຕັ້ງໃຈຮ້ອງເພງຊາດດ້ວຍທ່າທີເຂັ້ມແຂງ ແລະ ຮ້ອງຢ່າງເຕັມສຽງ ໂດຍກຳນົດໃຫ້ເປັນຂໍ້ບັງຄັບທີ່ບໍ່ມີການຍົກເວັ້ນ.
ຜູ້ທີ່ບໍ່ປະຕິບັດຕາມກົດໝາຍດັ່ງກ່າວ ມີໂທດປັບໄໝລະຫວ່າງ 50.000-100.000 ເປໂຊ ແລະ ຈະໄດ້ຮັບໃບເຕືອນຈາກທາງການ, ຖ້າຍັງຝ່າຝືນຂໍ້ບັງຄັບຊ້ຳອີກຈະຖືກປະຈານ ໂດຍປະກາດຊື່ໃນໜັງສືພິມ.
ຮ່າງກົດໝາຍດັ່ງກ່າວໄດ້ກຳນົດທຳນອງມາດຕະຖານຂອງເພງຊາດຟີລິບປິນ ເຊິ່ງທຸກຄົນຈະຕ້ອງຮ້ອງໃຫ້ຖືກຕ້ອງ ລວມທັງຕ້ອງຮ້ອງດ້ວຍຄວາມໄວເໝາະສົມ, ບໍ່ຄາດເຄື່ອນ ໃນຈັງຫວະເຄາະ 100-120 ຄັ້ງຕໍ່ນາທີ, ຜູ້ທີ່ຢອກກັນ, ສະແດງອາການກຽດຊັງ ຫລື ຂາດຄວາມເຄົາລົບຂະນະທີ່ຮ້ອງເພງຊາດ ຈະຕ້ອງມີໂທດຕາມກົດໝາຍນີ້ນຳ. ຮ່າງກົດໝາຍນີ້ຍັງຕ້ອງຜ່ານການພິຈາລະນາຂອງສະພາສູງອີກຂັ້ນໜຶ່ງ ກ່ອນຈະນຳອອກບັງຄັບໃຊ້ຕໍ່ໄປ.
ທ່ານ ແມັກຊິໂມ ໂຣດຣິເກ ຈູເນຍ ໜຶ່ງໃນຜູ້ຮ່ວມຮ່າງກົດໝາຍດັ່ງກ່າວ ບອກວ່າ: ເພງຊາດມີຄວາມສຳຄັນຫລາຍ ເພາະເປັນສິ່ງສະແດງອອກເຖິງອຸດົມການ, ຄວາມຝັນ ແລະ ຄວາມມຸ່ງໝັ້ນຂອງຄົນໃນຊາດ ລວມທັງຈິດວິນຍານຄວາມຮັກຊາກນຳອີກ.

