ແພດເຕືອນ! ຫ້າມໃຊ້ຜ້າເຊັດໂຕ (ຂົນໜູ) ເກີນ 3 ວັນ ເຖິງວ່າມັນຈະສະອາດແຕ່ອັນຕະລາຍກວ່າທີ່ຄິດ ມີເຊື້ອພະຍາດຫລາຍກວ່າ 80 ລ້ານໂຕ

ສຳນັກຂ່າວຕ່າງປະເທດລາຍງານວັນທີ 18 ກໍລະກົດ 2023, ທ່ານ ຫວງຊວນ ແພດດູແລຄົນເຈັບປະເທດຈີນລາຍງານວ່າ: ຈຳນວນແບັກທີເຣຍໃນຜ້າເຊັດໂຕ(ຂົນໜູ)ຈະເພີ່ມຂຶ້ນຕາມຄວາມຖີ່ໃນການໃຊ້ງານ ຖ້າຫາກບໍ່ໄດ້ຮັບການທຳຄວາມສະອາດຢ່າງເໝາະສົມ,  ແບັກທີເຣຍທີ່ຕິດນຳຜ້າເຊັດໂຕແມ່ນ: ເຊື້ອລາ E.coli ທີ່ເຮັດໃຫ້ເກີດການຕິດເຊື້ອທາງຜິວໜັງ, ລົມພິດ, ສິວ ແລະ ອາການອື່ນໆ.

ການເຊັດໂຕດ້ວຍຜ້າເຊັດບໍ່ສະອາດ ຈະເຮັດໃຫ້ເກີດການຕິດເຊື້ອພະຍາດຕ່າງໆເຊັ່ນ: ພະຍາດທາງເດີນຫາຍໃຈ, ການອັກເສບ, ອາການແພ້, ຜົມຫລົ່ນ, ຕິດເຊື້ອທາງເດີນປັດສະວະ ແລະ ມີກິ່ນ, ນອກນັ້ນຍັງມີການຕິດເຊື້ອໃນກະແສເລືອດ ແລະ ຕິດເຊື້ອໜອງໃນທີ່ເກີດຈາກໄວຣັດ ອີໂຄໄລ ແລະ ຊາໂມເນລາທີ່ດື້ຢາ.

ຈາກການວິໄຈຂອງມະຫາວິທະຍາໄລ ແອຣິໂຊນາໃນສະຫະລັດອາເມຣິກາ ພົບວ່າ ຈຳນວນເຊື້ອພະຍາດຢູ່ໃນຜ້າເຊັດໂຕ(ຂົນໜູ) ທີ່ບໍ່ໄດ້ຊັກເປັນເວລາ 3 ວັນເພີ່ມຂຶ້ນສູງເຖິງ 80 ລ້ານໂຕ ຖ້າຫາກບໍ່ຊັກຮອດ 1 ອາທິດອາດເຖິງ 100 ລ້ານໂຕ.

ຜູ້ຊ່ຽວຊານແນະນຳວ່າ: ຄວນຊັກຜ້າເຊັດໂຕ 2-3 ຄັ້ງ ຫລື ຄວນຊັກຢ່າງໜ້ອຍອາທິດລະຄັ້ງ ເມື່ອທຳຄວາມສະອາດແລ້ວ ໃຫ້ຕາກໄວ້ໃນບ່ອນທີ່ມີອາກາດຖ່າຍເທສະດວກໃຫ້ແຫ້ງ ທີ່ສຳຄັນແນະນຳໃຫ້ປ່ຽນທຸກໆ 2-3 ດືອນ, ນອກຈາກນີ້ ບໍ່ຄວນຊັກຜ້າເຊັດໂຕຮ່ວມກັນເພື່ອຫລີກລ່ຽງການແພ່ກະຈາຍຂອງເຊື້ອພະຍາດ ກໍລະນີທີ່ເປັນພະຍາດຜິວໜັງ ຫລື ຈຳເປັນຕ້ອງໃຊ້ຜ້າຂົນໜູເພື່ອທຳຄວາມສະອາດເປັນຂອງສ່ວນໂຕ ແນະນຳໃຫ້ປ່ຽນຜ້າຜືນອື່ນແທນເພື່ອຫລີກລ່ຽງການຕິດເຊື້ອ.

ອ້າງອີງຈາກ: https://www.khaosod.co.th/special-stories/news_7772079