ນະວັດຕະກໍາສຸດລໍ້າ! Lenovo ສະແດງໂນ໊ດບຸກບາງຄືເຈ້ຍ ຈໍບິດງໍໄດ້ ແລະ ສັ່ງງານດ້ວຍສຽງ
ເມື່ອບໍ່ດົນມານີ້ Lenovo ຜູ້ຜະລິດໂນ໊ດບຸກ ແລະ ອຸປະກອນເອເລັກໂຕນິກຊັ້ນນໍາຂອງໂລກ ໄດ້ເປີດໂຕແນວຄິດໃຫມ່ສຸດແປກກັບໂນ໊ດບຸກທີ່ໜ້າຈໍ ແລະ ໂຕເຄື່ອງບິດງໍ ຫຼື ພັບເຄິ່ງໄດ້ພາຍໃນງານ Lenovo Transform ຢູ່ນິວຢອກ.
ເປັນທີ່ຮືຮາຫຼາຍເມື່ອ Lenovo ໄດ້ເປີດໂຕແນວຄິດສຸດລໍ້າ ເຊັ່ນໂນ໊ດບຸກທີ່ມາພ້ອມຮູບລັກສະນະສຸດແປກຕາ ບໍ່ຄືໃຜ, ເອີ້ນໄດ້ວ່າໂນ໊ດບຸກນີ້ໄດ້ຮັບຄວາມສົນໃຈຈາກຊາວໄອທີເປັນຈໍານວນຫຼວງຫຼາຍ ດ້ວຍການອອກແບບໃຫ້ໂຕເຄື່ອງ ແລະ ໜ້າຈໍມີຄວາມຫົດຢືດເປັນພິເສດ ສາມາດບິດງໍໄດ້, ມີແປ້ນພິມຄີບອດໃນໂຕ, ພ້ອມພອຍນ໌ຕິ້ງສຕິ໊ກ (Pointing Stick) ໃຊ້ເລື່ອນເຄີຣ໌ເຊີຣ໌. ໃນສ່ວນຟັງຊັ່ນມີໂຫມດການສັ່ງງານດ້ວຍສຽງ ແລະຮອງຮັບການຂຽນໂດຍໃຊ້ປາກກາ.
ໃນປີຜ່ານມາ Lenovo ໄດ້ເປີດໂຕໂທລະສັບມືຖື ແລະ ແທັບເລັດທີ່ມີໂທລະສັບໃສ່ຂໍ້ມື ແລະ ແທັບເລັດພັບງໍໄດ້ ເຖິງວ່າຈະນໍາມາເປີດໂຕໃນປີຜ່ານມາ ແຕ່ກໍຍັງມີຂ່າວການຜະລິດ ເຊິ່ງຖ້າເວົ້າເຖິງຄວາມຄືບໜ້າໃນເລື່ອງຂອງການຜະລິດໜ້າຈໍລັກສະນະນີ້ ທີມວິໄຈຈາກມະຫາວິທະຍາໄລຄວີນ (Queen’s University) ປະເທດການາດາ ໄດ້ສ້າງໂທລະສັບມືຖື ລະບົບແອນດຣອຍດ໌ທີ່ມີຊື່ວ່າ “ReFlex” ໜ້າຈໍບິດງໍໄດ້ ແລະ ຍັງບິດເພື່ອຄວບຄຸມການສັ່ງງານຕ່າງໆໃນໂຕເຄື່ອງ.
ແຕ່ອາດຕ້ອງຖ້າອີກຫຼາຍປີກວ່າຈະໄດ້ເຫັນເຕັກໂນໂລຊີນີ້ຖືກນໍາມາຜະລິດແທ້ ເພາະການອອກແບບໃນໂຕເຄື່ອງ ແລະ ສາມາດບິດງໍ ຫຼື ພັບເຄິ່ງໄດ້ມັນບໍ່ແມ່ນເລື່ອງງ່າຍ ເພາະມີປັດໄຈອີກຫຼາຍໆຢ່າງທີ່ຕ້ອງຄໍານຶງເຖິງ.

