ໄຟໄໝ້ປ່າຢູ່ຮາວາຍຮຸນແຮງສຸດໃນຮອບ 100 ກວ່າປີ ມີຜູ້ເສຍຊີວິດສູງເຖິງ 93 ຄົນ
ເຈົ້າຄອງລັດຮາວາຍ ກ່າວໃນລະຫວ່າງການຖະແຫລງຂ່າວໃນວັນທີ 12 ສິງຫາວ່າ: ຈຳນວນຜູ້ເສຍຊີວິດມີທ່າອ່ຽງເພີ່ມຂຶ້ນອີກ ເນື່ອງຈາກທີມກູ້ໄພທະຍອຍຄົ້ນພົບຮ່າງຂອງມະນຸດຢູ່ເປັນໄລຍະ ໂດຍຕອນນີ້ໝາກູ້ໄພທີ່ຖືກຝຶກມາເພື່ອດົມກິ່ນຫາຮ່າງຜູ້ເສຍຊີວິດ ໂດຍສະເພາະປະຕິບັດໜ້າທີ່ໄດ້ພຽງ 3% ຂອງເນື້ອທີ່ທີ່ໄດ້ຮັບຄວາມເສຍຫາຍເທົ່ານັ້ນ. ໄຟປ່າໄດ້ລາມເຂົ້າໃນເມືອງ ໄດ້ເຜົາໄໝ້ສິ່ງປູກສ້າງເຊັ່ນອາຄານບ້ານເຮືອນ ຈົນເສຍຫາຍໜັກ ແລະ ມີຄົນເສຍຊີວິດຢ່າງນ້ອຍ 93 ຄົນ ເມື່ອວັນເສົາ 12 ສິງຫາ…








