75% ຂອງເດັກນ້ອຍໃນອາຊີໃຕ້ ປະເຊີນຄວາມສ່ຽງຈາກອາກາດຮ້ອນ

75% ຂອງເດັກນ້ອຍໃນອາຊີໃຕ້ ປະເຊີນຄວາມສ່ຽງຈາກອາກາດຮ້ອນ

ສະຫະປະຊາຊາດ (UN) ກ່າວເຕືອນວ່າ: 3 ໃນ 4 ຂອງເດັກໃນພາກພື້ນອາຊີໃຕ້ ກຳລັງປະເຊີນອຸນຫະພູມສູງຈົນເປັນອັນຕະລາຍ ເຊິ່ງເປັນລະດັບສູງສຸດທົ່ວໂລກ ອັນມາຈາກຜົນກະທົບຂອງການປ່ຽນແປງສະພາບອາກາດທີ່ຮຸນແຮງຂຶ້ນຢ່າງຕໍ່ເນື່ອງ. ວັນທີ 8 ສິງຫາ 2023, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນິເຊັບ) ລະບຸວ່າ: ເດັກປະມານ 460…

ພາຍຸໄຕ້ຝຸ່ນ khanun ກຽມພັດເຂົ້າຍີ່ປຸ່ນ ຫລາຍພື້ນທີ່ມີລົມແຮງ-ຝົນຕົກໜັກ ຂະນະທີ່ ສ.ເກົາຫລີ ເລີ່ມອົບພະຍົບປະຊາຊົນແລ້ວ

ພາຍຸໄຕ້ຝຸ່ນ khanun ກຽມພັດເຂົ້າຍີ່ປຸ່ນ ຫລາຍພື້ນທີ່ມີລົມແຮງ-ຝົນຕົກໜັກ ຂະນະທີ່ ສ.ເກົາຫລີ ເລີ່ມອົບພະຍົບປະຊາຊົນແລ້ວ

ກົມອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ: ພາຍຸໄຕ້ຝຸ່ນ khanun ເຄື່ອນທີ່ເຂົ້າໃກ້ທາງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນໃນວັນທີ 8 ສິງຫາ ພ້ອມປະກາດເຝົ້າລະວັງລົມແຮງ ແລະ ຝົນຕົກໜັກໃນຫລາຍພື້ນທີ່ ກ່ອນຈະຄ່ອຍໆເຄື່ອນທີ່ສູ່ທິດເໜືອມຸ່ງໜ້າໄປ ສ.ເກົາຫລີ. ເບື້ອງຕົ້ນທາງການ ສ.ເກົາຫລີ ມີຄຳສັ່ງອົບພະຍົບປະຊາຊົນໃນພື້ນທີ່ສ່ຽງໄພແລ້ວ. ກົມອຸຕຸນິຍົມວິທະຍາຍີ່ປຸ່ນພະຍາກອນວ່າ: ພາຍຸໄຕ້ຝຸ່ນ khanun ຈະຄ່ອຍໆອ່ອນກຳລັງຄວາມຮຸນແຮງລົງ, ແຕ່ຍັງມີລະດັບຄວາມໄວລົມສູງເຖິງ 108…

ໄຂ້ເລືອດອອກລະບາດໜັກຢູ່ບັງກະລາເທດ ຮ້າຍແຮງສຸດເປັນປະຫວັດສາດ

ໄຂ້ເລືອດອອກລະບາດໜັກຢູ່ບັງກະລາເທດ ຮ້າຍແຮງສຸດເປັນປະຫວັດສາດ

ບັງກະລາເທດກຳລັງຕໍ່ສູ້ກັບການລະບາດຂອງພະຍາດໄຂ້ເລືອດອອກ ຄັ້ງຮ້າຍແຮງເປັນປະຫວັດສາດ ເຊິ່ງໂຮງໝໍຫລາຍແຫ່ງປະສົບບັນຫາໃນການຫາເນື້ອທີ່ໃຫ້ຜູ້ຕິດເຊື້ອ ທ່າມກາງເຊື້ອໄວຣັສເດງກີທີ່ແພ່ກະຈາຍຢ່າງວ່ອງໄວ. ວັນທີ 7 ສິງຫາ 2023, ສຳນັກຂ່າວ AFP ລາຍງານວ່າ: ຕົວເລກຢ່າງເປັນທາງການເປີດເຜີຍໃຫ້ເຫັນວ່າ: ບັງກະລາເທດມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກແລ້ວຢ່າງໜ້ອຍ 293 ຄົນໃນປີນີ້ ແລະ ມີຜູ້ຕິດເຊື້ອອີກເກືອບ 61.500 ຄົນ ສົ່ງຜົນໃຫ້ປີນີ້ເປັນປີທີ່ມີຜູ້ເສຍຊີວິດຫລາຍທີ່ສຸດ…

ຄະນະລັດຖະປະຫານໄນເຈີປະກາດປິດນ່ານຟ້າ ບໍ່ສົນເສັ້ນຕາຍ ECOWAS ຮຽກຮ້ອງຄືນອຳນາດປະທານາທິບໍດີ

ຄະນະລັດຖະປະຫານໄນເຈີປະກາດປິດນ່ານຟ້າ ບໍ່ສົນເສັ້ນຕາຍ ECOWAS ຮຽກຮ້ອງຄືນອຳນາດປະທານາທິບໍດີ

ວັນທີ 6 ສິງຫາ 2023, ຄະນະລັດຖະປະຫານໄນເຈີປະກາດປິດນ່ານຟ້າແບບບໍ່ມີກຳນົດ ໂດຍໃຫ້ເຫດຜົນວ່າ: ປັດຈຸບັນນີ້ມີຄວາມສ່ຽງຈະເກີດການແຊກແຊງທາງທະຫານຈາກພາຍນອກ ຫລັງຜູ້ນຳລັດຖະປະຫານປະຕິເສດທາງເລືອກຂອງບັນດາຜູ້ນຳກຸ່ມປະຊາຄົມເສດຖະກິດລັດອາຟຣິກາຕາເວັນຕົກ (ECOWAS) ທີ່ສະເໜີໃຫ້ໄນເຈີຄືນອຳນາດທາງການເມືອງໃຫ້ປະທານາທິບໍດີ ໂມຮຳເໝັດ ບາຊູມ ພ້ອມຂູ່ອີກວ່າ: ຖ້າບໍ່ຍອມປະຕິບັດຕາມຂໍ້ຕົກລົງນີ້ ອາດຕ້ອງຜະເຊີນການແຊກແຊງທາງທະຫານຈາກຕ່າງປະເທດ. ຕອນແລງວັນທີ 6 ສິງຫານີ້, ຜູ້ແທນລັດຖະບານທະຫານໄນເຈີກ່າວໃນຖະແຫລງການວ່າ: “ເນື່ອງຈາກໄພຄຸກຄາມດ້ານການແຊກແຊງທາງທະຫານເລີ່ມຈະແຈ້ງຂຶ້ນ…

ກະສັດຂອງກຳປູເຈຍແຕ່ງຕັ້ງ ທ່ານ ຮຸນ ມາເນດ ເປັນນາຍົກລັດຖະມົນຕີຄົນໃໝ່

ກະສັດຂອງກຳປູເຈຍແຕ່ງຕັ້ງ ທ່ານ ຮຸນ ມາເນດ ເປັນນາຍົກລັດຖະມົນຕີຄົນໃໝ່

ວັນທີ 7 ສິງຫາ 2023,  ພະບາດສົມເດັດພະບໍຣົມນາກ ນະໂຣດົມ ສີໝຸນີ ຂອງກຳປູເຈຍ ໄດ້ມີຄຳສັ່ງແຕ່ງຕັ້ງ ພົນເອກ ຮຸນ ມາເນດ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງກຳປູເຈຍ. ກະສັດຂອງກຳປູເຈຍໄດ້ມີຄຳສັ່ງແຕ່ງຕັ້ງໃຫ້ທ່ານ ຮຸນ ມາເນດ ເປັນນາຍົກລັດຖະມົນຕີກຳປູເຈຍ ພາຍໃຕ້ລັດຖະສະພາ ຊຸດທີ 7…

ມີລົດຕິດຄ້າງ 100 ກວ່າຄັນ ຈາກເຫດດິນເຈື່ອນຖົມທາງ 8A ຍາວເກືອບ 10 ກິໂລແມັດ ລະຫວ່າງ ເມືອງຄູນຄຳ   ແຂວງຄຳມ່ວນ ຫາ ເມືອງຄຳເກີດ ແຂວງບໍລິຄຳໄຊ

ມີລົດຕິດຄ້າງ 100 ກວ່າຄັນ ຈາກເຫດດິນເຈື່ອນຖົມທາງ 8A ຍາວເກືອບ 10 ກິໂລແມັດ ລະຫວ່າງ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ເມືອງຄຳເກີດ ແຂວງບໍລິຄຳໄຊ

ເຫດການດິນເຊາະເຈື່ອນຖົມທາງ 8A ນັບແຕ່ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ (ກິໂລ ແມັດທີ 46-65) ທີ່ເກີດຈາກ ຝົນຕົກໜັກຕິດຕໍ່ກັນຫລາຍວັນ, ນັບແຕ່ວັນທີ 27 ກໍລະກົດ ຫາ ວັນທີ…

ອົງການໄອຍະການ ລາວ-ສ.ເກົາຫລີ ຮັດແໜ້ນການຮ່ວມມືສອງຝ່າຍໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ

ອົງການໄອຍະການ ລາວ-ສ.ເກົາຫລີ ຮັດແໜ້ນການຮ່ວມມືສອງຝ່າຍໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ

ວັນທີ 4 ສິງຫາ 2023 ຜ່ານມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຂົ້າພົບປະກັບ ທ່ານ ລີ ວັນ ຊົກ  ຫົວໜ້າ ອົງການໄອຍະການສູງສຸດ ສາທາລະນະລັດ…

ທົ່ວໂລກຈັບຕາໂຄວິດສາຍພັນໃໝ່ EG.5.1  ກຳລັງລະບາດໃນປະເທດອັງກິດ ແລະ ຫລາຍປະເທດທົ່ວໂລກ  ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນສູງຕໍ່ເນື່ອງ

ທົ່ວໂລກຈັບຕາໂຄວິດສາຍພັນໃໝ່ EG.5.1  ກຳລັງລະບາດໃນປະເທດອັງກິດ ແລະ ຫລາຍປະເທດທົ່ວໂລກ  ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນສູງຕໍ່ເນື່ອງ

ສາທາລະນະສຸກອັງກິດ ລາຍງານວ່າ: ໂຄວິດສາຍພັນໃໝ່ EG.5.1  ຈາກການກາຍພັນຂອງເຊື້ອໂອມິຄອນ ເລີ່ມລະບາດເປັນວົງກວ້າງໃນອັງກິດ ເຮັດໃຫ້ມີຈຳນວນຜູ້ຕິດເຊື້ອເລີ່ມກັບມາເພີ່ມຂຶ້ນສູງອີກຮອບ, ເຊິ່ງຜູ້ຕິດເຊື້ອໂຄວິດ 7 ຄົນຈະພົບ 1 ຄົນ ທີ່ຕິດເຊື້ອສາຍພັນນີ້. ການ​ລະ​ມັດ​ລະ​ວັງ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຈຳ​ນວນ​ກໍ​ລະ​ນີ​ໂຄ​ວິດ​ຢູ່​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນເຂດ​ອາ​ຊີ, ແຕ່ໄດ້ຖືກລະບຸສາຍພັນທີ່ແນ່ນອນ ໃນວັນທີ 31 ກໍລະກົດ 2023…

ສ.ເກົາຫລີ ປະເຊີນກັບອາກາດຮ້ອນຢ່າງຮຸນແຮງ ເສຍຊີວິດ 20 ກວ່າຄົນ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ເຊອຸນ ຂອງ ສ.ເກົາຫລີ ເມື່ອວັນທີ 2 ສິງຫາ, ສຳນັກງານ ອຸຕຸນິຍົມ ວິທະຍາ ແຫ່ງ ສ.ເກົາຫລີ ລາຍງານວ່າ: ປັດຈຸບັນ, ສ.ເກົາຫລີ ພວມປະເຊີນກັບ ສະພາບ ອາກາດຮ້ອນ…