Apple ເຕືອນຢ່ານອນຫລັບໃກ້ໄອໂຟນທີ່ສາກຢູ່

Apple ອອກມາເຕືອນຜູ້ໃຊ້ສະມາດໂຟນວ່າ: ບໍ່ຄວນນອນຫລັບຂ້າງໆໂທລະສັບລະຫວ່າງທີ່ສຽບໄຟສາກແບດເຕີຣີຢູ່.

Apple ເປີດເຜີຍວ່າ: ການນອນຫລັບຂ້າງໆສະມາດໂຟນທີ່ກຳລັງສາກແບັດ ເພີ່ມຄວາມສ່ຽງໃນການເກີດອັນຕະລາຍຕໍ່ເຮົາ ໃນກໍລະນີເກີດໄຟໄໝ້ໂທລະສັບ ຫລື ອາດຖືກໄຟຊ໊ອດ ໂດຍສະເພາະການນອນຫລັບໂດຍຍັງຈັບສະມາດໂຟນທີ່ສາກແບັດເອົາໄວ້ຢູ່ໃນມື ລວມທັງການວາງໂທລະສັບທີ່ສາກແບັດເອົາໄວ້ກ້ອງຜ້າຫົ່ມ, ກ້ອງໝອນ ຫລື ໃນຮ່າງກາຍຂອງເຮົາ ເພາະຈະເປັນການເພີ່ມອຸນຫະພູມໃຫ້ສະມາດໂຟນ ເຊິ່ງອາດຈະສູງເກີນໄປຈົນເກີດໄຟໄໝ້ໄດ້.

ນອກຈາກນີ້, Apple ຍັງແນະນຳໃຫ້ໃຊ້ສາຍສາກ ແລະ ອະແດບເຕີທີ່ຜະລິດຂຶ້ນສຳລັບໄອໂຟນ ໂດຍສະເພາະການສາກໂດຍໃຊ້ອຸປະກອນທີ່ບໍ່ເປັນໄປຕາມມາດຕະຖານ ມີຄວາມສ່ຽງຈະເກີດອັນຕະລາຍຈາກໄຟໄໝ້, ໄຟຊ໊ອດ ຫລື ໄຟດູດ ແລະ ການສາກໂທລະສັບຄວນຫງາຍໜ້າຈໍຂຶ້ນ ຫລີກລ່ຽງການໃຊ້ສາຍສາກ ແລະ ອະແດບເຕີທີ່ເສຍຫາຍ ລວມທັງຄວນລະວັງເຄສທີ່ເປັນໂລຫະ ຫລື ວັດຖຸທີ່ເປັນໂລຫະ ຖ້າສຳຜັດກັບອັນສາກໂດຍກົງອາດເຮັດໃຫ້ເກີດໄຟໄໝ້, ໄຟຊ໊ອດ ຫລື ສ້າງຄວາມເສຍຫາຍໃຫ້ແກ່ໄອໂຟນໄດ້.

ທັງນີ້, ຍັງມີເຫດຜົນທາງວິທະຍາສາດທີ່ແນະນຳໃຫ້ເອົາສະມາດໂຟນໄວ້ນອກຫ້ອງນອນ ເພາະແສງສີຟ້າທີ່ຖືກປ່ອຍອອກມາທາງໜ້າຈໍຢັບຢັ້ງການຜະລິດສານເມລາໂທນິນ ເຊິ່ງເປັນຮໍໂມນທີ່ເຮັດໃຫ້ເຮົາຢາກນອນ ແລະ ຈະເຮັດໃຫ້ເຮົານອນຫລັບໄດ້ຍາກຂຶ້ນກວ່າເກົ່າ.

ມີຄຳແນະນຳທາງສຸຂະພາບວ່າ: ຄວນເຮັດໃຫ້ຫ້ອງນອນເປັນພື້ນທີ່ປອດໜ້າຈໍ, ບໍ່ເອົາສະມາດໂຟນໄປນອນຫລິ້ນ ແຕ່ຖ້າມີຄວາມຈຳເປັນແທ້ໆ ຄວນໃຊ້ໂໝດກາງຄືນ.