ການສູ້ຮົບຢູ່ມາລາວີກັບມາສູ້ຮົບກັນອີກ ຫລັງຄົບຢຸດຍິງ 8 ຊົ່ວໂມງ
ກອງທັບຟີລິບປິນ ແລະ ກຸ່ມກະບົດເມົາເຕກັບມາສູ້ຮົບກັນຢ່າງດຸເດືອດທັນທີທີ່ຂໍ້ຕົກລົງຢຸດຍິງ ເພື່ອມະນຸດສະທຳ ໃນໄລຍະວັນອີດິວຟິຕຣີ ເພື່ອສະເຫລີມສະຫລອງການສິ້ນສຸດເດືອນລໍມາດອນ ຄົບກຳນົດ 8 ຊົ່ວໂມງ ໃນວັນທີ 25 ມິຖຸນາ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງມາລາວີ ປະເທດຟີລິບປິນ ໃນວັນທີ 26 ມິຖຸນານີ້ວ່າ: ທັນທີທີ່ຂໍ້ຕົກລົງຢຸດຍິງຊົ່ວຄາວເປັນເວລາ 8 ຊົ່ວໂມງ ເນື່ອງໃນວັນອີດິວຟິຕຣີ ຫລື ວັນຮາຣີຣາຍໍ ສະເຫລີມສະຫລອງການສິ້ນສຸດການຖືສິນອົດໃນເດືອນລໍມາດອນ ລະຫວ່າງກອງທັບຟີລິບປິນກັບກຸ່ມກະບົດເມົາເຕ ເຊິ່ງເປັນແນວຮ່ວມຂອງກຸ່ມ IS ຄົບກຳນົດໃນເວລາ 14:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 25 ມິຖຸນາ (13:00 ໂມງ ຕາມເວລາຢູ່ລາວ) ທັງສອງຝ່າຍກັບມາສູ້ຮົບກັນຢ່າງດຸເດືອດທັນທີ.
ຂະນະທີ່ ພົນເອກ ເອດູອາໂດ ອາໂນ ຜູ້ບັນຊາການກອງທັບຟີລິບປິນ ກ່າວວ່າ: ໄລຍະເວລາຢຸດຍິງຊົ່ວຄາວ ຄືຂໍ້ຕົກລົງດ້ານມະນຸດສະທຳລະຫວ່າງທັງສອງຝ່າຍ, ເປີດໂອກາດໃຫ້ຜູ້ນຳທາງສາສະໜາເຂົ້າສູ່ພື້ນທີ່ກາວຊີໂຣ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ ເຊິ່ງຍັງຄ້າງຢູ່ໃນພື້ນທີ່ ໂດຍກອງທັບໄດ້ຮັບລາຍງານວ່າ: ກຸ່ມຜູ້ນຳທາງສາສະໜາສາມາດໃຫ້ການຊ່ວຍເຫລືອພົນລະເຮືອນ 5 ຄົນ ໃນຈຳນວນນີ້ເປັນຜູ້ຍິງພ້ອມລູກສາວອາຍຸ 16 ເດືອນອອກຈາກເມືອງມາລາວີໄດ້ຢ່າງປອດໄພ.
ທັງນີ້, ການສູ້ຮົບ ເຊິ່ງຍືດເຍື້ອມາແຕ່ວັນທີ 23 ພຶດສະພາເປັນຕົ້ນມາ ແລະ ສົ່ງຜົນໃຫ້ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ປະກາດກົດໄອຍະການເສິກຄວບຄຸມທັງເກາະມິນດາເນົາທັນທີຢ່າງໜ້ອຍ 60 ວັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 400 ຄົນ ໂດຍປະມານ 2 ໃນ 3 ເປັນກຸ່ມຄົນຮ້າຍ ເຊິ່ງມີນັກຮົບຕ່າງຊາດຈາກມາເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະ ພາກພື້ນເຊດເນຍໃນຣັດເຊຍລວມຢູ່ນຳ, ສ່ວນເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງເສຍຊີວິດຢ່າງໜ້ອຍ 69 ຄົນ ແລະ ພົນລະເຮືອນອີກຢ່າງໜ້ອຍ 85 ຄົນ. ນອກຈາກນີ້ ປະຊາຊົນທັງໃນເມືອງມາລາວີ ແລະ ພື້ນທີ່ໃກ້ຄຽງປະມານ 300.000 ຄົນຕ້ອງອົບພະຍົບອອກຈາກບ່ອນຢູ່ອາໄສ.
ເຖິງຢ່າງໃດກໍຕາມ, ກອງທັບຟີລິບປິນຍອມຮັບວ່າ: ບຸກຄົນທີ່ເປັນເປົ້າໝາຍຂອງປະຕິບັດການໃນເທື່ອນີ້ ຄືທ້າວ ອິສນິລອນ ຮາປິລອນ ຜູ້ບັນຊາການກຸ່ມອາບູໄຊຍາບ ອາດຫລົບໜີອອກຈາກເມືອງມາລາວີໄປແລ້ວ. ຂະນະທີ່ຊະຕາກຳຂອງທ້າວ ອັບດຸນເລາະ ເມົາເຕ ແລະ ທ້າວ ໂອມາຄາຍຳ ເມົາເຕ ພີ່ນ້ອງ ເຊິ່ງເປັນແກນນຳຂອງກຸ່ມກະບົດເມົາເຕຍັງບໍ່ຮູ້ແນ່ນອນ ທ່າມກາງກະແສຂ່າວວ່າທັງສອງເສຍຊີວິດແລ້ວຈາກປະຕິບັດການຂອງເຈົ້າໜ້າທີ່.

