ຫົວໜ້າຝ່າຍແກ້ໄຂເຫດສຸກເສີນເກາະເມົາວີລາອອກ ທ່າມກາງສຽງວິຈານເລື່ອງຮັບມືໄຟໄໝ້ປ່າຮາວາຍ

ທ່ານ ເຮີແມນ ອັນດາຍາ ຜູ້ບໍລິຫານສຳນັກງານແກ້ໄຂເຫດສຸກເສີນເມົາວີເຄົາຕີ ປະຈຳລັດຮາວາຍ ປະກາດລາອອກແລ້ວໃນວັນທີ 17 ສິງຫາ ທ່າມກາງສຽງວິພາກວິຈານຢ່າງໜັກຈາກປະຊາຊົນ ແລະ ສື່ທ້ອງຖິ່ນ ກ່ຽວກັບການຮັບມືເຫດໄຟໄໝ້ປ່າຄັ້ງຮຸນແຮງຂອງຮາວາຍທີ່ບໍ່ດີ ຈົນເຮັດໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫລວງ. ຂະນະທີ່ຈຳນວນຜູ້ເສຍຊີວິດຫລ້າສຸດມີຢ່າງໜ້ອຍ 111 ຄົນແລ້ວ.

ເຖິງຢ່າງໃດກໍຕາມ, ຖະແຫລງການຈາກທ່ານ ຣິຊາດ ບິສເຊນ ເຈົ້າຄອງເມືອງເມົາວີເຄົາຕີ ລະບຸວ່າ: ເຫດຜົນທີ່ທ່ານລາອອກນັ້ນເປັນຍ້ອນ “ສາເຫດດ້ານສຸຂະພາບ”.

ການເຄື່ອນໄຫວດັ່ງກ່າວມີຂຶ້ນໜຶ່ງວັນຫລັງຈາກທ່ານ ອັນດາຍາ ໄດ້ປາກົດຕົວຕໍ່ສື່ສາທາລະນະເປັນຄັ້ງທຳອິດ ທັງທີ່ສະຖານະການໄຟໄໝ້ປ່າຮາວາຍເກີດມາດົນກວ່າ 1 ອາທິດແລ້ວ ໂດຍໄພພິບັດໃນຄັ້ງນີ້ໄດ້ທຳລາຍອາຄານເສຍຫາຍຫລາຍກວ່າ 2.200 ຫລັງ. ຂະນະທີ່ມູນຄ່າຄວາມເສຍຫາຍທັງໝົດ 5,5 ພັນລ້ານໂດລາ ສ່ວນຈຳນວນຜູ້ສູນຫາຍມີຫລາຍຮ້ອຍຄົນ.

ໂດຍປົກກະຕິແລ້ວ ເກາະເມົາວີຈະມີໄຊເຣນເຕືອນໄພທັງໝົດ 80 ອັນອ້ອມເກາະ ໂດຍຈະມີເຈົ້າໜ້າທີ່ທົດສອບລະບົບທຸກໆວັນທີ 1 ຂອງເດືອນ ໂດຍສຽງໄຊເຣນຈະດັງປະມານ 60 ວິນາທີ ແຕ່ວັນທີ່ເກີດໄຟໄໝ້ປ່ານັ້ນພັດບໍ່ມີສຽງໃດດັງຂຶ້ນ.

ອ້າງອີງ: