ເກຣັກປະສົບວິກິດຂີ້ເຫຍື້ອລົ້ນເມືອງຫລວງ

ເອເທນ 26 ມິຖຸນາ: ລັດຖະບານເກຣັກຮຽກຮ້ອງໃຫ້ພະນັກງານເກັບຂີ້ເຫຍື້ອ ເຊິ່ງຢຸດວຽກປະທ້ວງເປັນເວລາ 10 ວັນ ກັບມາເຮັດວຽກໄດ້ແລ້ວ ພາຍຫລັງມີຂີ້ເຫຍື້ອກອງຢູ່ສະຖານທີ່ຕ່າງໆທົ່ວນະຄອນຫລວງເອເທນ ແລະ ຄາດວ່າຈະມີຄື້ນຄວາມຮ້ອນແຜ່ເຂົ້າມາປົກຄຸມອີກໃນທ້າຍອາທິດນີ້.
ຄາດວ່າອຸນຫະພູມຈະເພີ່ມສູງເຖິງ 42 ອົງສາ ຢູ່ນະຄອນຫລວງເອເທນໃນທ້າຍອາທິດນີ້ ເຮັດໃຫ້ສຳນັກງານສາທາລະນະສຸກຕ້ອງປະກາດເຕືອນອັນຕະລາຍ ພາຍຫລັງການຢຸດວຽກປະທ້ວງຕໍ່ເນື່ອງ. ລັດຖະບານເກຣັກຖະແຫລງວ່າ: ຈະສະເໜີຮ່າງກົດໝາຍໃນສະພາ ເພື່ອປັບສັນຍາຈ້າງວຽກໃໝ່ສຳລັບພະນັກງານເກັບຂີ້ເຫຍື້ອທ້ອງຖິ່ນຫລາຍພັນຄົນ, ຂະນະທີ່ສະຫະພາບແຮງງານຮຽກຮ້ອງໃຫ້ລັດຖະບານປະຕິບັດຕາມສັນຍາທີ່ຈະບັນຈຸວຽກໃຫ້ຖາວອນສຳລັບພະນັກງານສັນຍາຈ້າງໄລຍະຍາວ ເຊິ່ງຈະຖືວ່າຂັດກັບຂໍ້ກຳນົດໃນການຈຳກັດງົບປະມານຕາມເງື່ອນໄຂທີ່ເກຣັກເຮັດຂໍ້ຕົກລົງໄວ້ກັບສະຖາບັນຜູ້ໃຫ້ກູ້ສາກົນ.

