ການາດາປະກາດສະຖານະການສຸກເສີນໄຟໄໝ້ປ່າຮຸນແຮງ ຢູ່ລັດບຣິຕິໂກລຳເບຍ

ລັດບຣິຕິໂກລຳເບຍຂອງການາດາ ປະກາດສະຖານະການສຸກເສີນຈາກໄຟໄໝ້ປ່າ ເຊິ່ງລຸກລາມຢ່າງວ່ອງໄວ ແລະ ສັ່ງອົບພະຍົບປະຊາຊົນຫລາຍພັນຄົນ.
ວັນທີ 19 ສິງຫາ 2023, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເດວິດ ອີບີ ເຈົ້າຄອງລັດບຣິຕິໂກລຳເບຍ ທາງຕາເວັນຕົກຂອງການາດາ ປະກາດສະຖານະການສຸກເສີນໄຟໄໝ້ປ່າໃນພື້ນທີ່ ເຊິ່ງລຸກລາມຂະຫຍາຍວົງກວ້າງຢ່າງວ່ອງໄວ ຈາກ 64 ເຮັກຕາ ເປັນຫລາຍກວ່າ 6.800 ເຮັກຕາ ພາຍໃນໄລຍະເວລາພຽງ 24 ຊົ່ວໂມງ ໃນວັນທີ 18 ສິງຫາຜ່ານມາ. ຂະນະທີ່ປະຊາຊົນບໍ່ຕໍ່າກວ່າ 4.800 ຄົນ ໄດ້ຮັບຄຳສັ່ງໃຫ້ອົບພະຍົບ.
ໃນເວລາດຽວກັນ ດິນແດນນອດເວສເທຣິທໍຣີ ທີ່ຢູ່ທາງຕອນເໜືອຂອງການາດາ ຜະເຊີນໄຟໄໝ້ປ່າຄັ້ງໃຫຍ່ໃນມໍ່ໆມານີ້ ສົ່ງຜົນໃຫ້ປະຊາຊົນປະມານ 22.000 ຄົນ ຫລື ເຄິ່ງໜຶ່ງຂອງທົ່ວພື້ນທີ່ຕ້ອງອົບພະຍົບ ໂດຍສະເພາະຢູ່ເມືອງເຍລໂລໄນ ເຊິ່ງເປັນເມືອງເອກຂອງດິນແດນນອດເວສເທຣິທໍຣີ ທີ່ໄດ້ຮັບຄຳສັ່ງໃຫ້ອົບພະຍົບທັງໝົດ.
ປັດຈຸບັນ ການາດາກຳລັງຜະເຊີນລະດູໄຟໄໝ້ປ່າຄັ້ງຮຸນແຮງທີ່ສຸດເປັນປະຫວັດສາດ ໂດຍໄຟໄໝ້ປ່າທີ່ເກີດຂຶ້ນນັບແຕ່ຕົ້ນປີນີ້ ເຜົາທຳລາຍພື້ນທີ່ໄປແລ້ວຫລາຍກວ່າ 14 ລ້ານເຮັກຕາ ຫລາຍກວ່າສອງເທົ່າຂອງສະຖິຕິລະດູການປີຜ່ານມາ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ.
ສ່ວນຊາວເມືອງເຍລໂລໄນປະມານ 20.000 ຄົນ ຕ້ອງອົບພະຍົບເພາະໄຟໄໝ້ປ່າ ຖືເປັນຄັ້ງທີສອງໃນປະຫວັດສາດທີ່ການາດາຕ້ອງອົບພະຍົບປະຊາຊົນທັງໝົດໃນເມືອງເພາະໄພພິບັດທາງທຳມະຊາດ ຕໍ່ຈາກການອົບພະຍົບປະຊາຊົນປະມານ 100.000 ຄົນ ອອກຈາກເມືອງຟອດ ເມີເຣ ໃນລັດແອລເບີຕາ ເຊິ່ງເກີດໄຟໄໝ້ປ່າຄັ້ງໃຫຍ່ ໃນປີ 2016.

