ປະທານຢູຟາເຜີຍ ນັດຊີງແຊ໊ມປຽນລີກ ມີສິດຍ້າຍໄປເຕະທີ່ສະຫະລັດ
ອາເລັກຊານເດີ ເຊເຟຣິນ ປະທານສະຫະພັນບານເຕະຢູໂຣບ ເປີດເຜີຍວ່າ ມີຄວາມເປັນໄປໄດ້ທີ່ການແຂ່ງຂັນ ຢູຟາ ແຊ໊ມປຽນ ລີກ ຮອບຊີງຊະນະເລີດ ອາດຈະຍ້າຍໄປແຂ່ງຂັນກັນທີ່ສະຫະລັດອາເມລິກາ. ໂດຍກ່ອນໜ້ານີ້ມີຂ່າວລືວ່າ ການແຂ່ງຂັນບານເຕະ ຢູຟາ ແຊ໊ມປຽນ ລີກ ນັດຊີງຊະນະເລີດ ອາດຈະມີການຍ້າຍສັງວຽນໄປເຕະນອກທະວີບຢູໂຣບ ໂດຍມີມະຫານະຄອນນີວຢອກ ປະເທດສະຫະລັດ ອາເມລິກາ…










