ເຊລຊີ ກຽມສ້າງຂ່າວຊ໊ອກວົງການດ້ວຍການຫວັງດຶງ ມາເນ ຄືພຣີເມຍລີກອັງກິດ.

ສື່ລາຍງານວ່າ ເຊລຊີ ສົນໃຈເຊັນສັນຍາກັບ ຊາດີໂອ ມາເນ ກອງໜ້າ ບາເຢິນ ມິວນິກ ມາຮ່ວມທີມເພື່ອເສີມຄວາມແຂງແກ່ນໃນລະດູການນີ້.
ສຳລັບ ມາເນ ຍ້າຍຈາກ ລີເວີພູລ ໄປຢູ່ກັບ ບາເຢິນ ມິວນິກ ໃນຕະຫລາດນັກເຕະລະດູການຜ່ານມາ ແຕ່ຊີວິດການເປັນນັກເຕະຂອງລາວກັບທີມໃຫມ່ນັ້ນ ພັດບໍ່ຄ່ອຍດີ ຫລັງສະແດງຜົນງານໄດ້ບໍ່ໜ້າພໍໃຈດ້ວຍການຍິງໄປພຽງ 12 ປະຕູ ຈາກການລົງສະໜາມ 34 ເກມລວມທຸກລາຍການ ນອກຈາກນັ້ນຍັງພົບບັນຫາບາດເຈັບລົບກວນຕໍ່ເນື່ອງນຳອີກ.
ຫລ້າສຸດ Football Insider ລະບຸວ່າ ມາເນ ພວມຕົກເປັນເປົ້າຫມາຍໃນການເສີມທີມຂອງເຊລຊີ ໃນຕະຫລາດໜ້າຮ້ອນ ຫລັງພວກເຂົາຕ້ອງການນັກເຕະໃຫມ່ເຂົ້າມາເສີມທີມແທນທີ ປີແອ ໂອບາເມຢອງ ທີ່ກຽມຖືກປ່ອຍພົ້ນທີມ.

