ໜີຕົກຊັ້ນຢ່າງເຂັ້ມຂຸ້ນ! ຈິ້ງຈອກຮຶດບຸກແບ່ງແຕ້ມ ລີດສ ຢູໄນເຕັດ

ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ວັນອັງຄານທີ 25 ເມສາ ທີ່ຜ່ານມາ ລີດສ ຢູໄນເຕັດ ເປີດບ້ານ ເອລແລນ ໂຣດ ຕ້ອນຮັບການມາຢາມຂອງ ເລັສເຕີ ຊິຕີ້ ຄູ່ແຂ່ງໂດຍກົງໃນການໜີຕົກຊັ້ນ ໂດຍເກມນີ້ “ຍຸງທອງ” ເຈົ້າບ້ານໄດ້ປະຕູຂຶ້ນນໍາກ່ອນ 1-0 ໃນເຄິ່ງເວລາທໍາອິດ, ຈາກ ຫລຸຍ ຊິນິເທີຣາ ໃນນາທີ 20.
ເຂົ້າສູ່ເຄິ່ງເວລາທີ່ສອງ “ຈິ້ງຈອກ” ເປີດເກມບຸກໂຈມຕີຢ່າງໜັກ ຫວັງເອົາປະຕູຕີສະເໝີ. ກ່ອນຈະມາໄດ້ສຳເລັດໃນນາທີ 80 ຈາກຜົນງານຂອງ ເຈມີ ວາດີ້, ຫລັງຈາກນັ້ນ ທີມຢາມຍັງບຸກໂຈມຕີຢ່າງໜັກ ແຕ່ໃນທີ່ສຸດກໍ່ບໍ່ມີປະຕູເພີ່ມອີກ ເຮັດໃຫ້ຈົບເກມສະເໝີ 1-1 ແບ່ງໄປທີມລະ 1 ຄະແນນ ສ່ວນ ລີດສ ເຕະ 33 ນັດ ມີ 30 ຄະແນນ ຢູ່ອັນດັບ 16 ມີ ແຕ້ມຫລາຍກວ່າເອຟເວີຕັນ 2 ຄະແນນ ທີມອັນດັບ 18 ແຕ່ແຂ່ງຫລາຍກ່ອນ 1 ເກມ ຂະນະທີ່ ເລັສເຕີ ລົງແຂ່ງຂັນ 33 ນັດ ມີ 29 ຄະແນນ ຢູ່ອັນດັບ 17 ຂອງຕາຕະລາງ ນຳໜ້າເອຟເວີຕັນຢູ່ 1 ຄະແນນ.

