ອາເຕຕາ ຢືນຢັນເກມ ອາເຊນອລ ພົບກັບ ແມນຊິຕີ ບໍ່ແມ່ນເກມຕັດສິນແຊ໊ມລີກ

ມິເກລ ອາເຕຕາ ຜູ້ຈັດການທີມອາເຊນອລ ຊີ້ເກມທີ່ ອາເຊນອລ ຈະບຸກໄປຢາມ ແມນເຊສເຕີ ຊິຕີ ນັ້ນ ບໍ່ແມ່ນເກມຕັດສິນແຊ໊ມພຣີເມຍລີກ ລະດູການນີ້ແຕ່ຢ່າງໃດ.

ໂດຍ ອາເຊນອລ ທີມຜູ້ນຳທີ່ມີ 75 ຄະແນນ ຈາກ 32 ນັດ ມີຕາຕະລາງສຳຄັນໃນການບຸກໄປຢາມ ແມນເຊສເຕີ ຊິຕີ ທີມຮອງຜູ້ນຳທີ່ມີ 70 ຄະແນນ ຈາກ 30 ນັດ ໃນພຣີເມຍລີກ ອັງກິດ 2022-23.

ຈາກອັນດັບໃນຕາຕະລາງຄະແນນເຮັດໃຫ້ຫລາຍຄົນເບິ່ງວ່າເກມດັ່ງກ່າວນັ້ນ ຄືການຕັດສິນວ່າທີມໃດຈະຄວ້າແຊ໊ມລີກສູງສຸດໃນອັງກິດລະດູການນີ້ໄປຄອງ.

ຫລ້າສຸດ ອາເຕຕາ ອອກມາໃຫ້ສຳພາດເຖິງເກມດັ່ງກ່າວວ່າ : ເຊື່ອວ່າເກມນີ້ບໍ່ສາມາດວັດໄດ້ວ່າທີມຈະເປັນແຊ໊ມລີກ ຖ້າມື້ອື່ນນີ້ເຮົາຊະນະ ເຮົາຍັງບໍ່ໄດ້ແຊ໊ມລີກ ມັນອາດຈະປ່ຽນເປີເຊັນ ແຕ່ 5 ເກມໃນລີກນີ້ຍັງຄົງຫຍຸ້ງຍາກຫລາຍ.

ນອກຈາກນັ້ນ ອາເຕຕາ ອາຍຸ 41 ປີ ລະບຸວ່າລາວໄດ້ກຽມຕົວໃນການຫາຈຸດອ່ອນຂອງ ແມນຊິຕີ ເພື່ອຮັບມືກັບເກມທີ່ພວມຈະມາເຖິງວ່າ : ພວກເຮົາພວມເຮັດວຽກກັບການຄຸມຄາມຂອງພວກເຂົາ ເຊັ່ນດຽວກັບຈຸດອ່ອນຂອງພວກເຂົາ ເຮົາຮູ້ວ່າພວກເຂົາຢູ່ບ່ອນໃດ ຊິຕີ ເລີ່ມຈາກຜູ້ຮັກສາປະຕູ ລາວເປັນຕົວອັນຕະລາຍເມື່ອໄດ້ບານ ພວກເຂົາເຮັດໄດ້ຫລາຍຢ່າງ ຫລາຍສິ່ງທີ່ເຈົ້າຕ້ອງປັບຕົວ ດັ່ງນັ້ນ ເຈົ້າຕ້ອງສຸມໃສ່ໄປທີ່ຫລັກການບາງຢ່າງ.