ແມນຢູ ທາບທາມ ເຄນ ຄັ້ງທຳອິດ ຄາດວ່າຄ່າຕົວບໍ່ຕຳ່ກວ່າ 100 ລ້ານປອນ

ສື່ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ໄດ້ຕິດຕໍ່ໄປຍັງ ທັອດແນມ ຮັອດສະເປີ ເປັນຄັ້ງທຳອິດໃນການເຊັນສັນຍາ ແຮຣີ ເຄນ ກອງໜ້າທີມຊາດອັງກິດເປັນຄັ້ງທຳອິດ ໂດຍຄາດວ່າຄ່າຕົວຂອງນັກເຕະລາຍນີ້ຈະເກີນ 100 ລ້ານປອນ.

ສຳລັບ ເຄນ ຖືເປັນຫນຶ່ງໃນເປົ້າຫມາຍໃນການເສີມທີມຂອງ ແມນເຊສເຕີ ຢູໄນເຕັດ ມາຢ່າງຍາວນານ ຫລັງ ເອຣິກ ເທນຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຕ້ອງການຜູ້ຫລິ້ນໃນຕຳແໜ່ງກອງໜ້າຕົວເປົ້າຄົນໃຫມ່ມາເສີມທີມໃນການຕະຫລາດລະດູການນີ້.

ຈົນຫລ້າສຸດ The Telegraph ສື່ຊື່ດັງເປີດເຜີຍວ່າ ແມນເຊສເຕີ ຢູໄນເຕັດ ໄດ້ເລີ່ມທາບທາມ ສະເປີ ກ່ຽວກັບການຊື້ຂາຍຂອງ ເຄນ ທີ່ເຫລືອສັນຍາກັບສະເປີ ອີກພຽງ 1 ປີນັ້ນ ຈະບໍ່ຂະຫຍາຍສັນຍາອອກໄປຫລັງຈົບລະດູການນີ້ ເນື່ອງຈາກບັນຫາຂອງທີມທີ່ເກີດຂຶ້ນໃນປັດຈຸບັນທັງເລື່ອງຜູ້ຈັດການທີມ ແລະ ການທີ່ທີມອາດບໍ່ໄດ້ໄປຫລິ້ນໃນບານເຕະ ຢູຟາ ແຊ໊ມປຽນ ລີກ ລະດູການໜ້າ.