ປີ 2024 ແຂວງຫລວງພະບາງ ຈະເກັບລາຍຮັບງົບປະມານໃຫ້ໄດ້ 681 ຕື້ກວ່າກີບ

ປີ 2024 ແຂວງຫລວງພະບາງ ຈະເກັບລາຍຮັບງົບປະມານໃຫ້ໄດ້ 681 ຕື້ກວ່າກີບ

ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2023 ແລະ ຜ່ານທິດທາງແຜນການ ປີ 2024, ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງຫລວງພະບາງ ລາຍງານການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບງົບປະມານວ່າ: ປີ 2023ຜ່ານມາ ແຂວງຫລວງພະບາງ ໄດ້ຮັບແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດເກືອບ 557 ຕື້ກີບ, ຜ່ານການ ຈັດຕັ້ງປະຕິບັດສາມາດຈັດເກັບລາຍຮັບໄດ້ຫຼາຍກວ່າ…

ເມືອງບົວລະພາ ຈູດທຳລາຍສິນຄ້າໜົດອາຍຸ, ສິນຄ້າລອກຮຽນແບບ ແລະ ສິນຄ້ານອກລະບົບ ຫລາຍລາຍການ

ເມືອງບົວລະພາ ຈູດທຳລາຍສິນຄ້າໜົດອາຍຸ, ສິນຄ້າລອກຮຽນແບບ ແລະ ສິນຄ້ານອກລະບົບ ຫລາຍລາຍການ

ວັນທີ 19 ມັງກອນ 2024, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງບົວລະພາ ແຂວງຄຳມ່ວນ ໄດ້ທຳລາຍສິນຄ້າໜົດອາຍຸການນຳໃຊ້, ສິນຄ້າລອກຮຽນແບບ ແລະ ສິນຄ້ານອກລະບົບ ຫລາຍລາຍການດ້ວຍການຈູດທຳລາຍຖິ້ມ. ທ່ານ ລຳທອງ ພຸດທະລັງສີ ຮອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ…

ປີ 2024 ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະຈັດເກັບລາຍຮັບໃຫ້ໄດ້ 697 ຕື້ກີບ

ປີ 2024 ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະຈັດເກັບລາຍຮັບໃຫ້ໄດ້ 697 ຕື້ກີບ

ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ລາຍງານວັນທີ 16 ມັງກອນ 2024 ວ່າ: ຕາມແຜນການທີ່ໄດ້ຮັບມອບໝາຍການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ຈໍານວນທັງໝົດ 697 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 15,61% ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນໂຕເລກດັ່ງກ່າວໃຫ້ບັນລຸຕາມຄາດໝາຍ ຈະສືບຕໍ່ເຮັດວຽກການເມືອງແນວຄິດກັບອ້າຍນ້ອງກໍຄືພະນັກງານພາສີປະຈໍາດ່ານໃຫ້ມີຄວາມເຂົ້າໃຈ,…

ອົງການ KOFIH ປະຈຳ ສປປ ລາວ ຊ່ວຍເຫລືອສ້າງ ຫ້ອງອ່ານຮູບພາບລັງສີໃຫ້ແກ່ໂຮງໝໍເດັກມູນຄ່າ 18 ພັນກວ່າໂດລາ

ອົງການ KOFIH ປະຈຳ ສປປ ລາວ ຊ່ວຍເຫລືອສ້າງ ຫ້ອງອ່ານຮູບພາບລັງສີໃຫ້ແກ່ໂຮງໝໍເດັກມູນຄ່າ 18 ພັນກວ່າໂດລາ

ວັນທີ 11 ມັງກອນ 2024  ອົງການ KOFIH ປະຈຳ ສປປ ລາວ ມອບ-ຮັບໂຄງການ ຊ່ວຍເຫລືອຫ້ອງອ່ານຮູບພາບລັງສີໃຫ້ແກ່ໂຮງໝໍເດັກ ໂດຍມີທ່ານ ດຣ ສົມມະນີຄອນ ຜາງມະນີໄຊ, ຜູ້ອໍານວຍການໂຮງໝໍເດັກ, ທ່ານ ນາງ Hyunkyong Kim,…

ເງິນກີບລາວອ່ອນຄ່າ ເຮັດໃຫ້ຜູ້ອອກແຮງງານ  ແລະ ພະນັກງານລາອອກຈາກໜ້າທີ່ຕຳແໜ່ງ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ

ເງິນກີບລາວອ່ອນຄ່າ ເຮັດໃຫ້ຜູ້ອອກແຮງງານ ແລະ ພະນັກງານລາອອກຈາກໜ້າທີ່ຕຳແໜ່ງ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກົມການຈັດຫາງານ, ກະຊວງແຮງານ ແລະ ສະຫວັດດີການສັງຄົມ ກ່າວໃນພິທີສະຫລອງວັນແຮງງານເຄື່ອນຍ້າຍສາກົນ ວັນທີ 18 ມັງກອນ 2024 ວ່າ: ປັດຈຸບັນແຮງງານເຄື່ອນຍ້າຍນັບມື້ເພີ່ມຂຶ້ນ, ສະພາບແຮງງານເຄື່ອນຍ້າຍບໍ່ແມ່ນບັນຫາສະເພາະຂອງປະເທດໃດໜຶ່ງເທົ່ານັ້ນ ແຕ່ມັນເປັນບັນຫາລວມຂອງຂົງເຂດພາກພື້ນ ແລະ ຂອງໂລກ ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການເຄື່ອນຍ້າຍແຮງງານແມ່ນເພື່ອຊອກຫາວຽກເຮັດງານທຳທີ່ດີກວ່າ…

2023 ສະຫວັນນະເຂດ ເກັບລາຍຮັບໄດ້ລື່ນຈາກປີຜ່ານມາ 318 ຕື້ກີບ ຄາດຄະເນປີ 2024 ໃຫ້ບັນລຸ 1.517 ຕື້ກວ່າກີບ

2023 ສະຫວັນນະເຂດ ເກັບລາຍຮັບໄດ້ລື່ນຈາກປີຜ່ານມາ 318 ຕື້ກີບ ຄາດຄະເນປີ 2024 ໃຫ້ບັນລຸ 1.517 ຕື້ກວ່າກີບ

ທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຂຶ້ນໃນວັນທີ 17 ມັງກອນ ຜ່ານມານີ້ ວ່າ: ໃນປີ 2023 ຜ່ານມາ, ພາສີປະຈຳແຂວງສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.479,987 ຕື້ກີບ…

ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ

ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ

ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ອັດຕະປື ຊຸດທີ II ທີ່ ໄຂຂຶ້ນວັນທີ 16-18 ມັງກອນ 2024 ວ່າ: ນັບແຕ່ປີ 2024…

ສ.ເກົາຫລີ ຈັດຢູ່ໃນອັນດັບ 4 ຂອງການລົງທຶນໃນ ສປປ ລາວ ມີ 312 ໂຄງການ ມູນຄ່າ 758 ລ້ານໂດລາ

ສ.ເກົາຫລີ ຈັດຢູ່ໃນອັນດັບ 4 ຂອງການລົງທຶນໃນ ສປປ ລາວ ມີ 312 ໂຄງການ ມູນຄ່າ 758 ລ້ານໂດລາ

ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດ ສປປ ລາວ ກັບ ກະຊວງການຕ່າງປະເທດ ສ. ເກົາຫລີ ດຳເນີນໄປໃນວັນທີ 15 ມັງກອນ 2024,​ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ທ່ານ ຈອງ ບຽວ…

ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ

ສັງຄົມປະນາມການທຳຮ້າຍຮ່າງກາຍຢ່າງຮຸນແຮງ ຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ

ວັນທີ 14 ມັງກອນ 2024 ໄດ້ມີການເຜີຍແຜ່ເຫດການຊາຍຄົນໜຶ່ງໄດ້ທຳຮ້າຍຮ່າງກາຍຍິງຄົນໜຶ່ງຢູ່ໃນງານບຸນກິນຈຽງ ທີ່ແຂວງຊຽງຂວາງ ຢ່າງໂຫດຮ້າຍທາລຸນ ມີທັງໃຊ້ຕີນເຕະ ຕີນຖີບຫົວ, ກຳປັ້ນຕີໜ້າຕີຫົວ, ໃຊ້ຄັນຮົ່ມຟາດຫົວຟາດຫລັງຈຳນວນນັບຄັ້ງບໍ່ຖ້ວນ, ດຶງຜົມຈົນປີ້ນກິ້ງລົງຄ້ອຍພູ ແລະ ອື່ນໆ ຈົນຜູ້ຍິງຄົນດັ່ງກ່າວໄດ້ຮັບບາດເຈັບຫລາຍບ່ອນໃນຮ່າງກາຍ ເຊັ່ນ: ຫົວແຕກ, ມີຮ່ອຍບາດຊ້ຳທົ່ວຮ່າງກາຍຫລາຍຈຸດ. ຕໍ່ເຫດການດັ່ງກ່າວ ຜູ້ທີ່ໄດ້ເຫັນຄິບວີດີໂອການທຳຮ້າຍຮ່າງກາຍອັນໂຫດຮ້າຍປ່າເຖື່ອນຂອງຊາຍໜຸ່ມທີ່ກະທຳຕໍ່ຜູ້ຍິງ…

ປີຜ່ານມາ ແຂວງຈຳປາສັກ ດຳເນີນການສືບສວນ ສອບສວນ ມີບຸກຄົນພົວພັນຄະດີສໍ້ລາດບັງຫລວງ 14 ຄົນ ຜົນເສຍຫາຍທັງໝົດ 67 ຕື້ກວ່າກີບ

ປີຜ່ານມາ ແຂວງຈຳປາສັກ ດຳເນີນການສືບສວນ ສອບສວນ ມີບຸກຄົນພົວພັນຄະດີສໍ້ລາດບັງຫລວງ 14 ຄົນ ຜົນເສຍຫາຍທັງໝົດ 67 ຕື້ກວ່າກີບ

ວັນທີ 11-12 ມັງກອນ 2024, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ພ້ອມທັງໄດ້ພົບປະໂອ້ລົມພະນັກງານກວດກາ ພາຍໃນແຂວງຈໍາປາສັກ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ, ໂດຍໄດ້ຊີ້ນໍາໃຫ້ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຈົ່ງເປັນ ເຈົ້າການຍົກສູງບົດບາດຂອງວຽກງານກວດກາ,…