2023 ສະຫວັນນະເຂດ ເກັບລາຍຮັບໄດ້ລື່ນຈາກປີຜ່ານມາ 318 ຕື້ກີບ ຄາດຄະເນປີ 2024 ໃຫ້ບັນລຸ 1.517 ຕື້ກວ່າກີບ

ທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຂຶ້ນໃນວັນທີ 17 ມັງກອນ ຜ່ານມານີ້ ວ່າ: ໃນປີ 2023 ຜ່ານມາ, ພາສີປະຈຳແຂວງສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.479,987 ຕື້ກີບ ເທົ່າກັບ 134,54% ຂອງແຜນການປີ ທຽບໃສ່ສົກປີ 2022 ຜ່ານມາເພີ່ມຂຶ້ນ 27,45% ຫຼື ເທົ່າກັບ 318,723 ຕື້ກີບ.

ພາສີປະຈຳແຂວງສະຫວັນນະເຂດ ປະກອບມີດ່ານພາສີຊາຍແດນ 10 ແຫ່ງ, ໃນນັ້ນມີດ່ານພາສີສາກົນ 2 ແຫ່ງ, ດ່ານພາສີປະຈຳທ້ອງຖິ່ນ 1 ແຫ່ງ ແລະ ດ່ານພາສີປະເພນີ 7 ແຫ່ງ (ຕິດກັບປະເທດໄທ 6 ແຫ່ງ ແລະ ຕິດກັບ ສສ ຫວຽດນາມ 1 ແຫ່ງ).

ນອກນັ້ນ, ຍັງມີຫ້ອງການພາສີປະຈຳເຂດເສດຖະກິດພິເສດ ແລະ 2 ຂະແໜງວິຊາການຂຶ້ນກັບ, ມີພະນັກງານທັງໝົດ 99 ຄົນ ຍິງ 29 ຄົນ, ໃນສົກປີ 2023 ພາສີປະຈຳແຂວງໄດ້ຮັບມອບໝາຍໂຕເລກແຜນລາຍຮັບຈາກກົມພາສີກະຊວງການເງິນ ຈຳນວນ 1.100 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 12 ເດືອນຜ່ານມາ, ສາມາດປະຕິ ບັດໄດ້ 1.479,987 ຕື້ກີບ ເທົ່າກັບ 134,54% ຂອງແຜນການ. ໃນນັັ້ນ, ໄດ້ຈາກພາສີ-ອາກອນຂາເຂົ້າປະຕິ ບັດໄດ້ 993,047 ຕື້ກີບ ກວມ 67,10%, ສິນຄ້ານຳເຂົ້າ-ສົ່ງອອກຕໍ່ຈຳນວນ 202,438 ຕື້ກີບ ກວມ 13,68%, ປັບໃໝ-ຂາຍເຄື່ອງຮິບໄດ້ 7,346 ຕື້ກີບ ກວມເອົາ 0,50% ແລະ ຄ່າທຳນຽມຕ່າງໆປະຕິບັດໄດ້ 250,037 ຕື້ກີບ ກວມເອົາ 16,89% ຂອງລາຍຮັບ.

ສຳລັບປີ 2024 ນີ້, ພາສີປະຈຳແຂວງຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕ່ຳສຸດຈຳນວນ 1.517,430 ຕື້ກີບ.