ປີ 2024 ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະຈັດເກັບລາຍຮັບໃຫ້ໄດ້ 697 ຕື້ກີບ

ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ລາຍງານວັນທີ 16 ມັງກອນ 2024 ວ່າ: ຕາມແຜນການທີ່ໄດ້ຮັບມອບໝາຍການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ຈໍານວນທັງໝົດ 697 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 15,61% ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນໂຕເລກດັ່ງກ່າວໃຫ້ບັນລຸຕາມຄາດໝາຍ ຈະສືບຕໍ່ເຮັດວຽກການເມືອງແນວຄິດກັບອ້າຍນ້ອງກໍຄືພະນັກງານພາສີປະຈໍາດ່ານໃຫ້ມີຄວາມເຂົ້າໃຈ, ມີຄວາມເອກະພາບ, ມີຄວາມສາມັກຄີໃນໝູ່ຄະນະ, ມີຄວາມບຸກບືນຫ້າວຫັນເປັນເຈົ້າການຈັດຕັ້ງປະຕິບັດຕໍ່ໜ້າທີ່ການເມືອງຂອງຕົນຢ່າງເຂັ້ມງວດ.
ສໍາລັບການຈັດເກັບລາຍຮັບເຂົ້າງົບປະມານປີ 2023 ຜ່ານມາ, ປະຕິບັດໄດ້ 90,95% ເທົ່າກັບ 548 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 29,82%, ລາຍຮັບສ່ວນໃຫຍ່ໄດ້ຈາກສິນຄ້າປະເພດນໍ້າມັນເຊື້ອໄຟ ແລະ ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ປະເພດເຄື່ອງດື່ມຊູກຳລັງ, ດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດການເກັບລາຍຮັບຍ້ອນມີການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກສາຍຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ມີກົດໝາຍວ່າດ້ວຍພາສີ, ນິຕິກຳຕ່າງໆຈາກຂະແໜງການກ່ຽວຂ້ອງທີ່ໄດ້ວາງອອກມາແຕ່ລະໄລຍະເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ມີລະບົບເຄື່ອງມືທັນສະໄໝເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ, ສ່ວນດ້ານຂໍ້ຫຍຸ້ງຍາກລະບົບສາງຍັງບໍ່ໄດ້ມາດຖານພາໃຫ້ຫຍຸ້ງຍາກໃນການເກັບຮັກສາສິນຄ້າ, ການກວດກາໃນເວລາສະພາບອາກາດບໍ່ເອື້ອອໍານວຍເວລາມີຄວາມຂັດຂ້ອງດ້ານກະແສໄຟຟ້າ (ໄຟຟ້າດັບ) ເຮັດໃຫ້ລະບົບເຄື່ອງມືບໍ່ສາມາດຕອບສະໜອງໃນການປ້ອນຂໍ້ມູນຕ່າງໆ ລວມເຖິງລະບົບສັນຍານທາງອິນເຕີເນັດ ກໍມີຄວາມຂັດຂ້ອງສ້າງຄວາມຫຍຸ້ງຍາກໃຫ້ການບໍລິການຊັກຊ້າ ແຕ່ກໍເປັນພຽງໄລຍະໃດໜຶ່ງ.

