6 ແນວທາງການປ່ຽນວິທີຄິດ ເພື່ອຊີວິດທີ່ກ້າວໄກຂຶ້ນກ່ວາເກົ່າ.
ແທ້ຫລືບໍ່ ທີ່ມະນຸດມີຄວາມຮູ້ສຶກຕໍ່ຕ້ານການປ່ຽນແປງເປັນທຳມະຊາດຢູ່ແລ້ວ ? ຫາກເບິ່ງໃຫ້ເລິກລົງໄປ ທ່ານອາດຈະພົບວ່າຄວາມຮູ້ສຶກຕໍ່ຕ້ານນີ້ເປັນພຽງອາການຢ່າງໜຶ່ງທີ່ເກີດຂຶ້ນເມື່ອມະນຸດຮູ້ສຶກວ່າຕົນເອງໄຮ້ຄວາມສາມາດ, ມະນຸດທຸກຄົນລ້ວນແຕ່ຢ້ານກົວການຮູ້ສຶກອັບອາຍຂາຍໜ້າທີ່ຕົນເອງເບິ່ງດ້ອຍຄ່າກ່ວາຄົນອື່ນ ແລະ ຄວາມປ່ຽນແປງນີ້ເອງທີ່ເປັນຕົ້ນເຫດ, ແຕ່ຈະເປັນແນວໃດຖ້າເຮົາສາມາດເຮັດໃຫ້ຕົນເອງຮູ້ສຶກດີໄດ້ເມື່ອຕ້ອງຊຸກຍູ້ຕົນເອງ ຫລື ປາຖະໜາທີ່ຈະຮຽນຮູ້ສິ່ງໃໝ່ໆຢູ່ເໜືອຄວາມຢ້ານວ່າຕົນເອງຈະຮູ້ສຶກດ້ອຍຄວາມສາມາດ ? ທັງ 2 ສິ່ງນັ້ນບໍ່ສາມາດເກີດຂຶ້ນໄດ້ເອງ ແຕ່ເກີດຈາກການຮຽນຮູ້ ແລະ ຝຶກຝົນຢ່າງສະໝໍ່າສະເໝີ ບໍ່ດັ່ງນັ້ນ ເຮົາກໍຈະສູນເສຍຄວາມກະຕືລືລົ້ນໃນການໄຝ່ຫາຄວາມຮູ້…









