ອຸທາຫອນ! ກິນຖົ່ວລຽນກັບນໍ້າອັດລົມ ເປັນເຫດໃຫ້ຊັອກເສຍຊີວິດ ຢູ່ຈັງຫວັດບູຣີຣຳ ປະເທດໄທ

ສື່ຂ່າວສົດອອນລາຍປະເທດໄທ ລາຍງານວ່າ: ວັນທີ 24 ພຶດສະພາ 2025 ທີ່ອໍາເພີໂນນສຸວັນ ຈັງຫວັດບຸຣີຣໍາ ເກີດເຫດຍິງອາຍຸ 58 ປີ ອາການຊັອກໝົດສະຕິ ກາງເດິກ ຫລັງຈາກກິນຖົ່ວລຽນ ແລະ ດື່ມນໍ້າອັດລົມໃນເວລາໃກ້ຄຽງກັນ ພໍຮອດໂຮງໝໍທີມແພດຊ່ວຍປໍ້າຫົວໃຈແຕ່ບໍ່ສາມາດຊ່ວຍໄວ້ໄດ້.

ຜົວຂອງຜູ້ເສຍຊີວິດເລົ່າວ່າ: ເວລາປະມານ 14:00 ໂມງ ເມຍຂອງຕົນໄດ້ອອກໄປຊື້ຖົ່ວລຽນມາກິນ ເຊິ່ງກິນໄປປະມານ 2 ພູນ້ອຍໆ ແລະ ເວລາປະມານ 16:00 ໂມງ ກໍອອກໄປຊື້ນໍ້າອັດລົມມາກິນອີກ 1 ຕຸກ, ຫລັງຈາກກິນແລ້ວ ທໍາອິດກໍປົກກະຕິດີ ຈົນເຖິງຕອນແລງມາຜູ້ເປັນເມຍບອກວ່າຮູ້ສຶກແໜ້ນເອິກ ຫາຍໃຈບໍ່ສະດວກ ຊວນເມຍໄປໂຮງໝໍ ແຕ່ເມຍປະຕິເສດ ເພາະບໍ່ຢາກລົບກວນພີ່ນ້ອງ, ເວລາປະມານ 21:00 ໂມງ ເມຍບອກວ່າຮູ້ ສຶກບໍ່ສະບາຍຕົວ ແລະ ບອກຜູ້ເປັນຜົວນວດໃຫ້, ພໍຮອດເວລາປະມານ 2 ໂມງເຊົ້າ ກໍບອກອີກວ່າແໜ້ນໜ້າເອິກ ແລະ ອອກມານັ່ງຢູ່ໜ້າເຮືອນ, ຜູ້ເປັນຜົວເຫັນອາການເລີ່ມບໍ່ດີ ຈຶ່ງໄດ້ບອກໃຫ້ຂ້າງເຮືອນຊ່ວຍໂທຫາກູ້ໄພ ແຕ່ກ່ອນທີ່ກູ້ໄພຈະມາຮອດ ຜູ້ເປັນເມຍກໍໝົດສະຕິແລ້ວ ຈຶ່ງໃຫ້ຂ້າງເຮືອນພາໄປໂຮງໝໍແທນ, ພໍຮອດໂຮງໝໍ ທີມແພດໄດ້ຊ່ວຍປໍ້າຫົວໃຈປະມານ 30 ນາທີ ແຕ່ບໍ່ສາມາດຊ່ວຍໄວ້ໄດ້ ສຸດທ້າຍກໍເສຍຊີວິດ.

ແພດໝໍວິນິດໄສວ່າ ເສຍຊີວິດເພາະກ້າມເນື້ອຫົວໃຈຂາດເລືອດກະທັນຫັນ, ທາງດ້ານຜົວເຊື່ອວ່າສາເຫດອາດມາຈາກ ຜູເປັນເມຍມີພະຍາດຄວາມດັນຢູ່ແລ້ວ ແລະ ກິນຖົ່ວລຽນ ພ້ອມກັບດື່ມນໍ້າອັດລົມອີກ ຈຶ່ງອາດເຮັດໃຫ້ຄວາມດັນເລືອດສູງຈົນເກີດພາວະຊັອກ.
ຈາກຂໍ້ມູນຂອງກົມອະນາໄມ ກະຊວງສາທາລະນະສຸກປະເທດໄທ ມີການເຕືອນໄພກ່ຽວກັບກໍລະນີກິນຖົ່ວລຽນໃນປະລິມານ 4-6 ພູ ກັບ ນໍ້າອັດລົມ ຈະເຮັດໃຫ້ຮ່າງກາຍໄດ້ຮັບພະລັງງານ 400 ກິໂລແຄຣໍຣີ່ ທຽບເທົ່າກັບດື່ມນໍ້າອັດລົມ 2 ກະປ໋ອງ ພ້ອມກັບເຕືອນກຸ່ມຜູ້ທີ່ມີພະຍາດປະຈໍາໂຕ ໂດຍສະເພາະ ຜູ້ທີ່ມີພະຍາດເບົາຫວານ, ຄວາມດັນເລືອດສູງ ແລະ ຫົວໃຈ ຄວນຫລີກລ່ຽງ ເພາະມີຜົນຕໍ່ປະລິມານນໍ້າຕານ ແລະ ຫ້າມກິນຖົ່ວລຽນຄູ່ກັບເຄື່ອງດື່ມທີ່ມີທາດເຫລົ້າ ເພາະຈະເຮັດໃຫ້ຮ່າງກາຍເກີດຄວາມຮ້ອນສູງ ສ່ຽງເສຍຊີວິດໄດ້.

